33 ເຈົ້າຮູ້ຈັກຍົວະເຍົ້າໃຫ້ຄົນມາຫລົງຮັກແທ້ນໍ ແມ່ນແຕ່ຍິງຊົ່ວຊ້າທີ່ສຸດ ເຈົ້າກໍສິດສອນບົດຮຽນໃຫ້.
ມານາເຊໄດ້ນຳພາປະຊາຊົນຊາວຢູດາ ເຮັດບາບໜັກຫລາຍຂຶ້ນກວ່າຊົນຊາດອື່ນໆທີ່ພຣະເຈົ້າຢາເວໄດ້ທຳລາຍໄປຕໍ່ໜ້າປະຊາຊົນອິດສະຣາເອນ.
ເຈົ້າເວົ້າໄດ້ຢ່າງໃດວ່າບໍ່ໄດ້ດູໝິ່ນຕົນເອງ ວ່າເຈົ້າບໍ່ເຄີຍຂາບໄຫວ້ພະບາອານຈັກເທື່ອ? ເຫັນແລ້ວຫລືຍັງ ບາບທີ່ເຈົ້າໄດ້ເຮັດໃນຮ່ອມພູ? ເຈົ້າເປັນດັ່ງອູດປ່າທີ່ກຳລັງໄວຄະນອງແທ້ໆ
ຍິງສາວລືມເຄື່ອງເອ້ຂອງຕົນໄດ້ບໍ? ຫລືເຈົ້າສາວລືມຊຸດແຕ່ງງານຂອງຕົນໄດ້ບໍ? ແຕ່ປະຊາຊົນຂອງເຮົາໄດ້ລືມໄລເຮົາໄປ ຫລາຍຟ້າຫລາຍປີເຫຼືອທີ່ຈະນັບໄດ້.
ເຄື່ອງນຸ່ງຂອງເຈົ້າເປິເປື້ອນໄປດ້ວຍເລືອດຂອງຄົນຍາກຈົນ ແລະຄົນບໍ່ມີຄວາມຜິດ; ແຕ່ບໍ່ແມ່ນເລືອດຂອງຄົນຢ່ອງເຂົ້າໄປລັກເຄື່ອງໃນເຮືອນ. ທັງໆທີ່ເຈົ້າໄດ້ເຮັດສິ່ງທັງໝົດນີ້ກໍຕາມ
ເຈົ້າໄດ້ຕີລາຄາເຈົ້າເອງຢ່າງຕໍ່າໆ ໂດຍຫັນໄປຫາບັນດາພະຂອງຊົນຊາດອື່ນໆ. ເອຢິບຈະເຮັດໃຫ້ເຈົ້າຜິດຫວັງ ດັ່ງອັດຊີເຣຍໄດ້ເຮັດໃຫ້ເຈົ້າຜິດຫວັງມາແລ້ວ.
ບັດນີ້ ເຮົາໄດ້ຍົກມືຂຶ້ນເພື່ອຈະລົງໂທດເຈົ້າ ແລະນຳຄວາມພອນຂອງເຮົາທີ່ເປັນສ່ວນແບ່ງຂອງເຈົ້ານັ້ນໜີໄປ. ເຮົາໄດ້ມອບເຈົ້າໃຫ້ພວກຟີລິດສະຕິນຜູ້ທີ່ກຽດຊັງເຈົ້າ ແລະຜູ້ທີ່ເບື່ອໜ່າຍການກະທຳອັນບໍ່ມີສິນທຳຂອງເຈົ້າ.
ເຈົ້າພໍໃຈເຮັດຕາມບາດຍ່າງຂອງພວກເຂົາ ແລະລອກແບບອັນໜ້າກຽດຊັງທີ່ພວກເຂົາໄດ້ເຮັດ ອີກບໍ່ເທົ່າໃດເຈົ້າກໍເຮັດຊົ່ວ ລື່ນກວ່າຄວາມຊົ່ວທຸກຢ່າງທີ່ພວກເຂົາໄດ້ເຮັດຊໍ້າ.
ເຮົາຈະລົງໂທດນາງສຳລັບເວລາທີ່ນາງໄດ້ລືມໄລເຮົາ ຄືເມື່ອນາງເຜົາເຄື່ອງຫອມບູຊາໃຫ້ແກ່ພະບາອານ ແລະໃສ່ເຄື່ອງເພັດພອຍໜີຕາມຄົນຮັກໄປ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.