32 ຍິງສາວລືມເຄື່ອງເອ້ຂອງຕົນໄດ້ບໍ? ຫລືເຈົ້າສາວລືມຊຸດແຕ່ງງານຂອງຕົນໄດ້ບໍ? ແຕ່ປະຊາຊົນຂອງເຮົາໄດ້ລືມໄລເຮົາໄປ ຫລາຍຟ້າຫລາຍປີເຫຼືອທີ່ຈະນັບໄດ້.
ເມື່ອນາງເອົານໍ້າໃຫ້ອູດກິນອີ່ມໝົດທຸກໂຕແລ້ວ ຄົນຮັບໃຊ້ຂອງອັບຣາຮາມກໍເອົາແຫວນຄຳລາຄາແພງປະດັບທີ່ດັງຂອງນາງ ແລະເອົາປອກແຂນຄຳຄູ່ໜຶ່ງໃສ່ໃຫ້ນາງ.
ລາວຈຶ່ງຟ້າວແລ່ນອອກໄປພົບຄົນຮັບໃຊ້ຂອງອັບຣາຮາມ ທີ່ຢືນລໍຖ້າຢູ່ກັບຝູງອູດໃກ້ນໍ້າສ້າງ
ແລ້ວລາວກໍເອົາເສື້ອຜ້າກັບເຄື່ອງເອ້ເປັນເງິນເປັນຄຳອອກມາ ແລະມອບໃຫ້ນາງເຣເບກາ. ລາວຍັງເອົາຂອງຂວັນລາຄາແພງໃຫ້ແມ່ແລະອ້າຍຂອງນາງເຣເບກາດ້ວຍ.
ຍິງສາວອິດສະຣາເອນເອີຍ ພວກເຈົ້າ ຈົ່ງໄວ້ທຸກໃຫ້ກະສັດໂຊນເດີ ເພາະເພິ່ນໃຫ້ພວກເຈົ້າທັງຫລາຍ ໄດ້ນຸ່ງເສື້ອລ່າມຍາວສີແດງເຂັ້ມ ທັງໃຫ້ປະດັບດ້ວຍເພັດພອຍນາໆຊະນິດ ພ້ອມທັງຄຳຕິດຕົວຂອງພວກເຈົ້າອີກດ້ວຍ.
ພວກເຂົາໄດ້ລືມໄລພຣະເຈົ້າຜູ້ທີ່ຊ່ວຍໃຫ້ພົ້ນໄພ ດ້ວຍຣິດທານຸພາບໃນເອຢິບນັ້ນ.
ຄວາມຕາຍຄືຈຸດຈົບຂອງຄົນຊົ່ວຮ້າຍທຸກຄົນ ເປັນຂອງຄົນທີ່ບໍ່ຍອມຮັບເອົາພຣະເຈົ້າ.
ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ.
ອົງພຣະຜູ້ເປັນເຈົ້າຖາມວ່າ, “ບັນດາພະເຫຼົ່ານີ້ ທີ່ເຮັດໃຫ້ພວກເຈົ້າຢ້ານນັ້ນເປັນຜູ້ໃດ ຈຶ່ງເຮັດໃຫ້ພວກເຈົ້າເວົ້າຕົວະແລະລືມໄລເຮົາໄປຢ່າງໝົດສິ້ນ? ພວກເຈົ້າເຊົາໃຫ້ກຽດເຮົາຍ້ອນເຮົາມິດງຽບຢູ່ຕັ້ງດົນນານຊັ້ນບໍ?
ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມພົ້ນມາໃຫ້ນຸ່ງ ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງເຈົ້າບ່າວຕົບແຕ່ງຕົວຄືປະໂຣຫິດ ແລະເໝືອນດັ່ງເຈົ້າສາວປະດັບຕົວດ້ວຍເພັດພອຍ.
ຄົນຊົ່ວເຫຼົ່ານີ້ປະຕິເສດບໍ່ຍອມເຊື່ອຟັງເຮົາ. ພວກເຂົາດື້ດ້ານ ແລະຊົ່ວຊ້າເໝືອນເດີມ; ພວກເຂົາໄດ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ. ສະນັ້ນ ພວກເຂົາຈຶ່ງຈະເປັນດັ່ງເສື້ອຊ້ອນເຫຼົ່ານີ້ຊຶ່ງບໍ່ມີຫຍັງດີເລີຍ.”
ພຣະເຈົ້າຢາເວກ່າວວ່າ ອັນນີ້ ຈະແມ່ນຊາຕາກຳຂອງເຈົ້າ ອັນນີ້ ແມ່ນສິ່ງທີ່ພຣະອົງໄດ້ຕັດສິນໃຈກະທຳຕໍ່ເຈົ້າ ກໍຍ້ອນເຈົ້າລືມໄລພຣະອົງໄປແລະໄວ້ວາງໃຈໃນຄວາມຕົວະ.
ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້.
ບໍ່ມີຊົນຊາດອື່ນໃດເຄີຍສັບປ່ຽນພຣະຂອງຕົນ ເຖິງວ່າພວກມັນບໍ່ແມ່ນພຣະແທ້ກໍຕາມ. ແຕ່ປະຊາຊົນຂອງເຮົາໄດ້ສັບປ່ຽນເຮົາເດີ ພຣະເຈົ້າຜູ້ທີ່ໄດ້ນຳສະຫງ່າຣາສີມາສູ່ພວກເຂົາ ກັບບັນດາພະທີ່ບໍ່ສາມາດເຮັດຫຍັງ ແລະທີ່ຊ່ວຍເຫລືອພວກເຂົາຫຍັງບໍ່ໄດ້.
ເຈົ້າຮູ້ຈັກຍົວະເຍົ້າໃຫ້ຄົນມາຫລົງຮັກແທ້ນໍ ແມ່ນແຕ່ຍິງຊົ່ວຊ້າທີ່ສຸດ ເຈົ້າກໍສິດສອນບົດຮຽນໃຫ້.
ພວກເຂົາຄິດວ່າຄວາມຝັນຊຶ່ງພວກເຂົາບອກນັ້ນ ຈະເຮັດໃຫ້ປະຊາຊົນຂອງເຮົາລືມເຮົາໄປ ດັ່ງທີ່ພໍ່ຂອງພວກເຂົາໄດ້ລືມໄລເຮົາ ແລະຫັນໄປຫາພະບາອານນັ້ນ.
ມີສຽງໜຶ່ງດັງຂຶ້ນເທິງທີ່ສູງທັງຫລາຍ ປະຊາຊົນອິດສະຣາເອນກຳລັງຮ້ອງໄຫ້ ແລະວອນຂໍ ເພາະພວກເຂົາໄດ້ໃຊ້ຊີວິດໃນການບາບຂອງພວກເຂົາ ແລະລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
ບາງຄົນຮັບຈ້າງຂ້າຄົນ. ບາງຄົນໃຫ້ກູ້ຢືມເອົາກຳໄລນຳພີ່ນ້ອງຮ່ວມຊາດຊາວອິດສະຣາເອນ ແລະສ້າງຮັ່ງຄູນມີໂດຍເອົາລັດເອົາປຽບພວກເຂົາ. ພວກເຂົາໄດ້ລືມໄລເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ປະຊາຊົນອິດສະຣາເອນໄດ້ສ້າງວັງໄວ້ຫລາຍແຫ່ງ, ແຕ່ພວກເຂົາລືມຜູ້ທີ່ສ້າງພວກເຂົາ. ປະຊາຊົນຢູດາສ້າງເມືອງທີ່ມີປ້ອມປ້ອງກັນໄວ້ຫລາຍແຫ່ງ; ແຕ່ເຮົາກໍຈະສົ່ງໄຟມາເຜົາຜານເມືອງ ແລະທຳລາຍວັງຂອງພວກເຂົາຖິ້ມ.”
ໄພ່ພົນຂອງພຣະເຈົ້າຮັ່ງມີຂຶ້ນ ແຕ່ພັດຄິດຄົດທໍລະຍົດຕໍ່ພຣະອົງ; ພວກເຂົາອ້ວນຕຸ້ຍພີດີ ເພາະມີອາຫານການກິນຢ່າງເຫລືອລົ້ນ. ພວກເຂົາຈຶ່ງໄດ້ປະຖິ້ມ ພຣະເຈົ້າພຣະຜູ້ສ້າງຂອງຕົນໄປ ແລະບໍ່ຍອມຮັບພຣະຜູ້ຊ່ວຍກູ້ພວກເຂົາ ວ່າເປັນພຣະເຈົ້າອົງຍິ່ງໃຫຍ່.
ຂ້າພະເຈົ້າກໍໄດ້ເຫັນນະຄອນສັກສິດ ຄືນະຄອນເຢຣູຊາເລັມໃໝ່ ກຳລັງລົງມາຈາກສະຫວັນ ແລະຈາກພຣະເຈົ້າ, ນະຄອນນີ້ໄດ້ຈັດຕຽມພ້ອມແລ້ວເໝືອນເຈົ້າສາວແຕ່ງຕົວໄວ້ເພື່ອພົບເຈົ້າບ່າວຂອງຕົນ.
ພວກເຂົາໄດ້ລືມໄລພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ທີ່ໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກມືຂອງເຫຼົ່າສັດຕູທີ່ຢູ່ອ້ອມຮອບພວກເຂົານັ້ນ.