ກະສັດຖາມວ່າ, “ເຮົາເຮັດໃຫ້ເຈົ້າຂາດເຂີນສິ່ງໜຶ່ງສິ່ງໃດຊັ້ນບໍ? ດ້ວຍເຫດໃດເຈົ້າຈຶ່ງຢາກກັບຄືນເມືອປະເທດຂອງເຈົ້າ?” ຮາດາດຕອບກະສັດວ່າ, “ຂໍໃຫ້ຂ້ານ້ອຍໄດ້ກັບຄືນເມືອກ່ອນ.” ແລ້ວລາວກໍໄດ້ກັບເມືອປະເທດຂອງຕົນ. ພໍຮາດາດໄດ້ຂຶ້ນເປັນກະສັດແຫ່ງເອໂດມແລ້ວ ລາວໄດ້ກາຍເປັນຄົນຊົ່ວຮ້າຍ ແລະທັງເປັນສັດຕູຜູ້ຮ້າຍກາດຂອງຊາດອິດສະຣາເອນ.