ເພິ່ນຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຂ້ານ້ອຍຮັບໃຊ້ພຽງແຕ່ພຣະອົງມາຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທຳລາຍແທ່ນບູຊາຂອງພຣະອົງ ແລະໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະພວກເຂົາກໍພະຍາຍາມຈະຂ້າຂ້ານ້ອຍເສຍ.”