29 ພວກເຈົ້າຈົ່ມທຸກຕໍ່ເຮົາເລື່ອງຫຍັງ? ເປັນຫຍັງພວກເຈົ້າຈຶ່ງກະບົດຕໍ່ເຮົາ? ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ
ເຈົ້າເວົ້າໄດ້ຢ່າງໃດວ່າບໍ່ໄດ້ດູໝິ່ນຕົນເອງ ວ່າເຈົ້າບໍ່ເຄີຍຂາບໄຫວ້ພະບາອານຈັກເທື່ອ? ເຫັນແລ້ວຫລືຍັງ ບາບທີ່ເຈົ້າໄດ້ເຮັດໃນຮ່ອມພູ? ເຈົ້າເປັນດັ່ງອູດປ່າທີ່ກຳລັງໄວຄະນອງແທ້ໆ
ເຈົ້າຍັງເວົ້າວ່າ, ‘ຂ້ອຍບໍ່ຜິດ ແນ່ນອນ ພຣະອົງຈະບໍ່ໂກດຮ້າຍຂ້ອຍ,’ ແຕ່ເຮົາຈະລົງໂທດເຈົ້າ ເພາະເຈົ້າໄດ້ປະຕິເສດວ່າບໍ່ໄດ້ເຮັດບາບ.
ຈົ່ງເງີຍໜ້າເບິ່ງທີ່ຈອມພູພຸ້ນດູ. ມີບ່ອນໃດແດ່ທີ່ເຈົ້າບໍ່ໄດ້ປະພຶດຢ່າງຍິງແມ່ຈ້າງ? ເຈົ້າຄອງຄອຍຄູ່ຮັກຢູ່ຕາມແຄມຖະໜົນຫົນທາງ ເໝືອນຊາວອາຣັບຄອຍຖ້າເຫຍື່ອໃນຖິ່ນແຫ້ງແລ້ງກັນດານ. ການເປັນແມ່ຈ້າງຂອງເຈົ້ານັ້ນເຮັດໃຫ້ດິນແດນເປັນມົນທິນ.
ຊາວເຢຣູຊາເລັມເອີຍ ຈົ່ງແລ່ນຜ່ານຫົນທາງເຖີດ ຈົ່ງເບິ່ງອ້ອມໆຂ້າງ ຈົ່ງສັງເກດເບິ່ງເອງເຖີດ ຈົ່ງຄົ້ນເບິ່ງບ່ອນຕ່າງໆ ຕາມຕະຫລາດເບິ່ງດຸ ເຈົ້າພົບຜູ້ໜຶ່ງຜູ້ໃດບໍທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະສະແຫວງຫາຄວາມຈິງຕໍ່ພຣະເຈົ້າ? ຖ້າພົບ ອົງພຣະຜູ້ເປັນເຈົ້າຈະຍົກໂທດໃຫ້ຄົນເມືອງນີ້.
ຍ້ອນທຸກຄົນບໍ່ວ່າໃຫຍ່ຫລືນ້ອຍ ພະຍາຍາມຈະຫາເງິນໃນທາງທີ່ບໍ່ສັດຊື່; ແມ່ນແຕ່ພວກຜູ້ທຳນວາຍ ແລະພວກປະໂຣຫິດກໍສໍ້ໂກງປະຊາຊົນ.
ຊາວອິດສະຣາເອນທັງໝົດໄດ້ເຮັດຜິດຕໍ່ກົດລະບຽບຕ່າງໆຂອງພຣະອົງ ແລະບໍ່ຍອມຟັງສິ່ງທີ່ພຣະອົງໄດ້ບອກ. ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ; ເພາະສະນັ້ນ ພວກຂ້ານ້ອຍຈຶ່ງຖືກນຳມາສູ່ການສາບແຊ່ງ ຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ.
ແຕ່ເຮົາທັງຫລາຍຮູ້ຢູ່ວ່າ ກົດບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນກໍກ່າວແກ່ຄົນເຫຼົ່ານັ້ນ ທີ່ຢູ່ໃຕ້ກົດບັນຍັດເພື່ອອັດປາກທຸກຄົນ ແລະເພື່ອໃຫ້ມະນຸດທຸກຄົນໃນໂລກ ຢູ່ໃຕ້ການພິພາກສາຂອງພຣະເຈົ້າ.