Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:28 - ພຣະຄຳພີສັກສິ

28 ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:28
16 Jak'a apnaqawi uñst'ayäwi  

ເອລີຊາ​ກ່າວ​ຕໍ່​ກະສັດ​ແຫ່ງ​ອິດສະຣາເອນ​ວ່າ, “ຂ້ານ້ອຍ​ຈະ​ຊ່ວຍ​ທ່ານ​ເຮັດ​ຫຍັງ? ຈົ່ງ​ໄປ​ປຶກສາ​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ພໍ່​ແມ່​ຂອງທ່ານ​ເຄີຍ​ໄດ້​ປຶກສາ​ນັ້ນ​ສາ.” ແຕ່​ກະສັດ​ໂຢຣາມ​ຕອບ​ວ່າ, “ບໍ່ໄດ້​ດອກ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ມອບ​ພວກເຮົາ​ກະສັດ​ສາມ​ຄົນ​ນີ້ ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ.”


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ພາກັນ​ມາ​ເຖີດ ຊົນຊາດ​ທີ່​ລອດ​ຈາກ​ອານາຈັກ​ລົ້ມ​ທະລາຍ​ນັ້ນ; ສະເໜີ​ພວກເຈົ້າ​ສຳລັບ​ການ​ສອບສວນ​ຄະດີ​ເບິ່ງດູ ຜູ້​ທີ່​ແຫ່​ຂະບວນ​ກັບ​ຮູບເຄົາຣົບ​ໄມ້​ຂອງຕົນ​ນັ້ນ ທັງ​ພາວັນນາ​ອະທິຖານ​ຕໍ່​ບັນດາ​ພະ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້​ເລີຍ ຄື​ພວກ​ທີ່​ບໍ່​ຮູ້ຈັກ​ເລື່ອງລາວ​ຫຍັງໝົດ.


ຮູບເຄົາຣົບ​ເຫຼົ່ານັ້ນ​ຊ່ວຍ​ມັນເອງ​ບໍ່ໄດ້​ເລີຍ ຊາວ​ນະຄອນ​ໄດ້​ຮິບໂຮມ ແລະ​ເອົາ​ໜີໄປ​ໄວ້​ທີ່​ອື່ນ. ນີ້ແຫລະ ແມ່ນ​ຈຸດ​ອະວະສານ​ຂອງ​ພວກມັນ ຄື​ຂອງ​ບັນດາ​ພະ​ທີ່​ນະຄອນ​ບາບີໂລນ​ນັ້ນ.


ພວກເຂົາ​ຍົກ​ມັນ​ຂຶ້ນ​ໃສ່​ບ່າ ແລະ​ພາກັນ​ຫາມ​ໄປ ວາງ​ຮູບພະ​ລົງ​ຢູ່​ທີ່ໃດ ມັນ​ກໍ​ຢືນ​ຢູ່​ທີ່ນັ້ນ ມັນ​ເໜັງຕີງ​ຍ້າຍ​ໄປມາ​ບ່ອນໃດ​ບໍ່ໄດ້​ເລີຍ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ພາວັນນາ​ອະທິຖານ​ມັນ​ກໍ​ຕອບ​ຫຍັງ​ບໍ່ໄດ້ ຫລື​ບໍ່​ສາມາດ​ຊ່ວຍ​ຄົນໃດ​ຄົນໜຶ່ງ​ໄດ້​ເລີຍ ໃຫ້​ພົ້ນ​ຈາກ​ໄພພິບັດ​ທີ່​ມາ​ປະເຊີນ​ນັ້ນ.


ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ໃຫ້​ຊ່ວຍເຫລືອ ຈົ່ງ​ໃຫ້​ບັນດາ​ຮູບພະ​ຂອງ​ພວກເຈົ້າ​ຊ່ວຍເຫລືອ​ພວກເຈົ້າ​ສາ ລົມພະຍຸ​ພັດ​ມາ​ພຽງ​ເທື່ອດຽວ​ກໍ​ຈະ​ກວາດ​ເອົາ​ບັນດາ​ຮູບພະ​ເຫຼົ່ານີ້​ໄປ​ໝົດ ແຕ່​ພວກ​ທີ່​ໄວ້ວາງໃຈ​ໃນ​ເຮົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ ແລະ​ຈະ​ນະມັດສະການ​ເຮົາ​ຢູ່​ໃນ​ພຣະວິຫານ​ຂອງເຮົາ.”


ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.


ແລ້ວ​ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ໄປ​ຮ້ອງໄຫ້ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ບັນດາ​ພະ​ທີ່​ພວກເຂົາ​ຖວາຍບູຊາ​ໃຫ້, ແຕ່​ພະ​ເຫຼົ່ານັ້ນ​ຈະ​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້​ເລີຍ ເມື່ອ​ໄພພິບັດ​ມາເຖິງ.


ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.


ວັນ​ອັນ​ໜ້າຢ້ານກົວ​ໃຫຍ່​ນັ້ນ ກຳລັງ​ຈະ​ມາ​ເຖິງ ບໍ່ມີ​ວັນໃດ​ເລີຍ​ຈະ​ປຽບປານ​ວັນນັ້ນ​ໄດ້ ເພາະ​ເປັນ​ເວລາ​ທີ່​ປະຊາຊົນ​ຂອງເຮົາ​ທຸກໃຈ​ຫລາຍ ແຕ່​ພວກເຂົາ​ຈະ​ລອດ​ປອດໄພ​ທັງ​ຈະ​ມີ​ຊີວິດ​ຢູ່ໄດ້.”


ພວກ​ຜູ້ທຳນວາຍ​ທີ່​ເຕືອນ​ທ່ານ​ວ່າ ກະສັດ​ແຫ່ງ​ບາບີໂລນ​ຈະ​ບໍ່​ມາ​ໂຈມຕີ​ທ່ານ ຫລື​ອານາຈັກ​ນີ້ ພາກັນ​ໄປ​ໃສ​ໝົດ​ແລ້ວ?


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ເຄືອ​ອະງຸ່ນ​ທີ່​ມີ​ໝາກ​ດົກ. ພວກເຂົາ​ຮັ່ງມີ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ແທ່ນບູຊາ​ຫລາຍ​ຂຶ້ນ​ເທົ່ານັ້ນ. ດິນແດນ​ຂອງ​ພວກເຂົາ​ຜະລິດ​ຜົນ​ດີ​ຂຶ້ນ​ເທົ່າໃດ ພວກເຂົາ​ກໍ​ກໍ່ສ້າງ​ເສົາ​ສັກສິດ​ສຳລັບ​ຂາບໄຫວ້​ໃຫ້​ງາມ​ຂຶ້ນ​ເທົ່ານັ້ນ.


ຮູບເຄົາຣົບ​ໃຫ້​ຜົນປະໂຫຍດ​ຫຍັງ​ແດ່? ມັນ​ເປັນ​ພຽງແຕ່​ຮູບ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ເທົ່ານັ້ນ ແລະ​ມັນ​ກໍ​ບໍ່​ບອກ​ຫຍັງ​ໃຫ້​ພວກເຈົ້າ​ຮູ້​ໄດ້ ເວັ້ນແຕ່​ຄຳຕົວະ​ເທົ່ານັ້ນ. ມີ​ດີ​ຫຍັງ​ແດ່​ທີ່​ຜູ້​ສ້າງ​ຮູບເຄົາຣົບ​ນັ້ນ​ປົງໃຈ​ໃນ​ມັນ ຄື​ຮູບ​ພະ​ທີ່​ປາກ​ບໍ່ໄດ້


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


ແລ້ວ​ພຮະອົງ​ກໍ​ຈະ​ຖາມ​ໄພ່ພົນ​ຂອງ​ພຣະອົງ ວ່າ, ‘ພະ​ຍິ່ງໃຫຍ່​ທີ່​ເຈົ້າ​ໄວ້​ໃຈ​ດຽວ​ນີ້​ຢູ່​ໃສ​ແລ້ວ


ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຍາກ​ລຳບາກ ຈົ່ງ​ໄປ​ຮ້ອງ​ຫາ​ບັນດາ​ພະ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນສາ ແລະ​ໃຫ້​ພະ​ເຫຼົ່ານັ້ນ​ຊ່ວຍ​ກູ້​ເອົາ​ພວກເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka