ເຢເຣມີຢາ 2:27 - ພຣະຄຳພີສັກສິ27 ພວກເຈົ້າທຸກຄົນຈະໄດ້ຮັບຄວາມອັບອາຍ ຍ້ອນພວກເຈົ້າໄດ້ເວົ້າວ່າ, ‘ກົກໄມ້ແມ່ນພໍ່ຂອງພວກເຈົ້າ ແລະໂງ່ນຫີນແມ່ນແມ່ຂອງພວກເຈົ້າ.’ ເຫດການນີ້ຈະເກີດຂຶ້ນ ເພາະພວກເຈົ້າໄດ້ຫັນໜີໄປຈາກເຮົາ ແທນທີ່ຈະກັບຄືນມາຫາເຮົາ. ແຕ່ເມື່ອພວກເຈົ້າມີຄວາມເດືອດຮ້ອນ ພວກເຈົ້າຊໍ້າພັດຮ້ອງຂໍເຮົາໃຫ້ຊ່ວຍເຫລືອ. Uka jalj uñjjattʼäta |
ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ.
ສະນັ້ນ ພຣະອົງຈຶ່ງນຳຂ້າພະເຈົ້າເຂົ້າໄປເດີ່ນຂ້າງໃນວິຫານຂອງພຣະເຈົ້າຢາເວ. ໃກ້ທາງເຂົ້າພຣະວິຫານຂອງພຣະເຈົ້າຢາເວ ຄືລະຫວ່າງແທ່ນບູຊາ ແລະໜ້າປະຕູໃນທີ່ນັ້ນມີພວກຜູ້ຊາຍຢູ່ປະມານຊາວຫ້າຄົນ. ພວກເຂົາໄດ້ຫັນຫລັງໃສ່ພຣະວິຫານຂອງພຣະເຈົ້າຢາເວ ແລະກຳລັງຂາບລົງໄປທາງທິດຕາເວັນອອກເພື່ອຂາບໄຫວ້ຕາເວັນທີ່ກຳລັງຂຶ້ນ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງກະທຳໃນສິ່ງທີ່ຍຸດຕິທຳສະເໝີ; ແຕ່ພວກຂ້ານ້ອຍໄດ້ນຳເອົາແຕ່ຄວາມເສື່ອມເສຍ ມາສູ່ພວກຂ້ານ້ອຍເອງຢູ່ເລື້ອຍ. ດັ່ງໃນກໍລະນີທີ່ພວກຂ້ານ້ອຍທັງໝົດຄືຜູ້ທີ່ຢູ່ໃນແຂວງຢູດາຍ, ໃນນະຄອນເຢຣູຊາເລັມ, ຕະຫລອດທັງຊາວອິດສະຣາເອນ ທີ່ພຣະອົງໄດ້ໃຫ້ກະຈັດກະຈາຍໄປໃນປະເທດໃກ້ແລະໄກ ຍ້ອນພວກເຂົາບໍ່ສັດຊື່ຕໍ່ພຣະອົງ.