Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:26 - ພຣະຄຳພີສັກສິ

26 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂະໂມຍ​ເມື່ອ​ຖືກ​ຈັບ​ໄດ້ ລາວ​ຈະ​ລະອາຍ​ຫລາຍ​ສັນໃດ; ຊາວ​ອິດສະຣາເອນ​ທຸກຄົນ​ກໍ​ຈະ​ໄດ້​ຖືກ​ອັບອາຍ​ຫລາຍ​ສັນນັ້ນ ເປັນ​ຕົ້ນ: ບັນດາ​ກະສັດ, ພວກ​ຂ້າຣາຊການ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:26
18 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ ຕັ້ງແຕ່​ສະໄໝ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ຈົນ​ມາເຖິງ​ປັດຈຸບັນ​ນີ້. ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ, ບັນດາ​ກະສັດ​ແລະ​ບັນດາ​ປະໂຣຫິດ​ຂອງ​ພວກ​ຂ້ານ້ອຍ ຈຶ່ງ​ໄດ້​ຕົກ​ຢູ່​ໃນ​ອຳນາດ​ຂອງ​ກະສັດ​ຕ່າງຊາດ. ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ, ຖືກ​ປຸ້ນ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ພວກ​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ​ທີ່ສຸດ ແລະ​ກໍ​ຍັງ​ອັບອາຍ​ຢູ່​ເທົ່າທຸກ​ວັນນີ້.


ທຸກຄົນ​ທີ່​ຂາບໄຫວ້​ຮູບເຄົາຣົບ​ຕ່າງ​ກໍ​ຖືກ​ອັບອາຍ ບັນດາ​ພະ​ທັງຫລາຍ​ຈຶ່ງ​ກົ້ມ​ຂາບລົງ ຕໍ່ໜ້າ​ພຣະອົງ.


ພວກເຈົ້າ​ຈະ​ເສຍໃຈ​ທີ່​ໄດ້​ຂາບໄຫວ້​ຕົ້ນໄມ້ ແລະ​ປຸກສ້າງ​ບ່ອນ​ສັກສິດ​ໃນ​ສວນ.


ທຸກໆຄົນ​ທີ່​ຂາບໄຫວ້​ຮູບ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ. ຄົນ​ທີ່​ເຮັດ​ຮູບເຄົາຣົບ​ນັ້ນ​ກໍ​ເປັນ​ພຽງ​ແຕ່​ມະນຸດ ບໍ່​ວິເສດ​ວິໂສ​ຫຍັງ. ຈົ່ງ​ໃຫ້​ພວກເຂົາ​ມາ​ແລະ​ຢືນ​ສູ້​ຄະດີ​ເບິ່ງ ແລະ​ພວກເຂົາ​ກໍ​ຈະ​ຢ້ານກົວ​ຫລາຍ ທັງ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຢ່າງ​ໜັກ​ດ້ວຍ.


ທຸກຄົນ​ທີ່​ສ້າງ​ຮູບເຄົາຣົບ​ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ພະ​ທັງຫລາຍ​ທີ່​ພວກເຂົາ​ຕີ​ລາຄາ​ຢ່າງ​ສູງສຸດ​ນັ້ນ​ກໍ​ບໍ່ມີ​ຄຸນຄ່າ. ພວກ​ທີ່​ຂາບໄຫວ້​ພະ​ເຫຼົ່ານີ້​ກໍ​ຕາບອດ​ແລະ​ໂງ່ຈ້າ ຄື​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ບັນດາ​ກະສັດ ແລະ​ພວກ​ຂ້າຣາຊການ​ຈະ​ສູນເສຍ​ຄວາມ​ກ້າຫານ; ພວກ​ປະໂຣຫິດ​ຈະ​ສະທ້ານ​ຕົກໃຈກົວ ແລະ​ພວກ​ຜູ້ທຳນວາຍ​ກໍ​ຈະ​ແປກໃຈ​ຍິ່ງ.”


ໂມອາບ​ເອີຍ ຈື່​ບໍ​ວ່າ​ເຈົ້າ​ໄດ້​ຫົວຂວັນ​ໃສ່​ປະຊາຊົນ​ອິດສະຣາເອນ​ຢ່າງໃດ? ເຈົ້າ​ເຮັດ​ຕໍ່​ພວກເຂົາ​ເໝືອນກັບ​ວ່າ​ພວກເຂົາ​ຖືກ​ຈັບ​ໄດ້​ໃນ​ພວກ​ນັກປຸ້ນ.


ເຈົ້າ​ຈະ​ອັບອາຍ​ໃນ​ຈິດໃຈ ແລະ​ຄວາມ​ອັບອາຍ​ຂອງເຈົ້າ​ນັ້ນ​ຈະ​ສະແດງ​ໃຫ້​ເຫັນ​ວ່າ ເອື້ອຍ​ນ້ອງ​ຂອງ​ເຈົ້າ​ດີ​ສໍ່າໃດ.


ບັນດາ​ປະໂຣຫິດ​ຝ່າຝືນ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ໃຫ້​ຄວາມນັບຖື​ແກ່​ສິ່ງ​ບໍຣິສຸດ. ພວກເຂົາ​ບໍ່​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ບໍຣິສຸດ ແລະ​ສິ່ງ​ບໍ່​ບໍຣິສຸດ. ພວກເຂົາ​ບໍ່​ສັ່ງສອນ​ໃຫ້​ຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ​ແລະ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ພວກເຂົາ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ວັນ​ຊະບາໂຕ​ດ້ວຍ. ຜົນ​ກໍ​ຄື​ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ນັບຖື​ເຮົາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ພຣະອົງ​ຈະ​ສົ່ງ​ຄຳສາບແຊ່ງ​ນີ້​ອອກ​ໄປ ແລະ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້ລັກ​ທຸກຄົນ ຕະຫລອດ​ທັງ​ເຮືອນ​ຂອງ​ຜູ້​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ​ທຸກຄົນ. ມັນ​ຈະ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ​ຈົນກວ່າ​ບ້ານ​ເຮືອນ​ຖືກ​ຮົກຮ້າງ​ເພພັງ.”


ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka