ເຢເຣມີຢາ 2:25 - ພຣະຄຳພີສັກສິ25 ອິດສະຣາເອນເອີຍ ຢ່າໃຫ້ຕີນເຈົ້າເມື່ອຍລ້າ ຫລືຢ່າປ່ອຍໃຫ້ລຳຄໍເຈົ້າແຫ້ງລ້າໆ ໂດຍແລ່ນຕາມພະອື່ນ ແລະເວົ້າວ່າ, ‘ຂ້ອຍບໍ່ຄືນເມືອ ເພາະຂ້ອຍຮັກພະຕ່າງຊາດຫລາຍຈຶ່ງຕາມໄປບໍ່ຂາດ.”’ Uka jalj uñjjattʼäta |
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງກັນດານສຳລັບພວກເຈົ້າບໍ? ເຮົາເປັນດັ່ງດິນແດນທີ່ມືດມົນສຳລັບພວກເຈົ້າບໍ? ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າຈະເຮັດຕາມໃຈຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາອີກເລີຍ?’
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.