Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:22 - ພຣະຄຳພີສັກສິ

22 ເຖິງ​ແມ່ນ​ເຈົ້າ​ຈະ​ລ້າງ​ດ້ວຍ​ສະບູ​ຟອງ​ແຮງ​ກໍດີ ເຮົາ​ກໍ​ຍັງ​ຈະ​ເຫັນ​ຄວາມຜິດ​ອັນ​ເປິເປື້ອນ​ຂອງເຈົ້າ​ຢູ່​ຕໍ່ໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:22
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ກ່າວ​ຕໍ່​ອູຣິຢາ​ວ່າ, “ຖ້າດັ່ງນັ້ນ ວັນ​ນີ້​ໃຫ້​ເຈົ້າ​ພັກ​ຢູ່​ທີ່​ນີ້​ກ່ອນ ແລະ​ມື້ອື່ນ​ເຮົາ​ຈະ​ສົ່ງ​ເຈົ້າ​ກັບຄືນ​ເມືອ.” ດັ່ງນັ້ນ ອູຣິຢາ​ຈຶ່ງ​ພັກ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ. ໃນ​ວັນ​ຕໍ່ມາ,


ພຣະອົງ​ຈະ​ອະໄພ​ການບາບ ແລະ​ເອົາ​ມັນ​ໜີໄປ; ພຣະອົງ​ຈະ​ລຶບ​ໃຫ້​ກ້ຽງ​ຄວາມຜິດ ທີ່​ຂ້ານ້ອຍ​ໄດ້​ກະທຳ​ນັ້ນ.


ຖ້າ​ພຣະອົງ, ພຣະເຈົ້າຢາເວ​ບັນທຶກ​ການບາບ​ຂອງ​ພວກ​ຂ້ານ້ອຍ ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ແມ່ນ​ຜູ້ໃດ​ນໍ ຈະ​ໜີ​ພົ້ນ​ໄດ້​ຈາກ​ການລົງໂທດ​ນີ້?


ພຣະອົງ​ເປີດເຜີຍ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ ຄື​ການບາບ​ອັນ​ລັບລີ້​ຊຶ່ງ​ພຣະອົງ​ເຫັນ​ໄດ້.


ເຮົາ​ເຫັນ​ທຸກໆ​ສິ່ງ​ທີ່​ພວກເຂົາ​ເຮັດ. ບໍ່ມີ​ສິ່ງໃດ​ປິດບັງ​ຈາກ​ເຮົາ​ໄປ​ໄດ້. ບາບ​ຂອງ​ພວກເຂົາ​ຫລົບຫລີກ​ຈາກ​ສາຍຕາ​ຂອງເຮົາ​ບໍ່ໄດ້​ດອກ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ເອີຍ ບາບ​ຂອງ​ພວກເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ແລ້ວ​ໂດຍ​ໃຊ້​ປາກກາ​ເຫຼັກ​ຂຽນ; ມັນ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ ໂດຍ​ໃຊ້​ເພັດ​ຄົມໆ​ແກະສະຫລັກ ແລະ​ຖືກ​ສະຫລັກ​ໄວ້​ທີ່​ແຈ​ຕ່າງໆ​ຂອງ​ແທ່ນບູຊາ​ຂອງ​ພວກເຈົ້າ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ວິບັດ​ເປັນ​ຂອງ​ເມືອງ​ແຫ່ງ​ພວກ​ຄາດຕະກອນ​ສາ​ແລ້ວ ມັນ​ເປັນ​ດັ່ງ​ໝໍ້ຂາງ​ຂີ້ໝ້ຽງ​ທີ່​ລ້າງ​ໃຫ້​ສະອາດ​ບໍ່ໄດ້. ພວກເຂົາ​ໄດ້​ຢິບ​ເອົາ​ຊີ້ນ​ອອກ​ເທື່ອແລ້ວ​ເທື່ອອີກ ຈົນ​ມັນ​ບໍ່ມີ​ເຫຼືອ​ຢູ່​ເລີຍ.


ຄວາມບາບ​ແລະ​ຄວາມຜິດ​ຂອງ​ເອຟຣາອິມ​ໄດ້​ບັນທຶກ​ໄວ້​ແລ້ວ ແລະ​ບັນທຶກ​ນີ້​ກໍໄດ້​ເກັບ​ໄວ້​ຢ່າງ​ປອດໄພ​ດີ.


ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້​ໂດຍ​ກຽດສັກສີ​ຂອງ​ຢາໂຄບ​ວ່າ, “ເຮົາ​ຈະ​ບໍ່​ລືມ​ການກະທຳ​ອັນ​ຊົ່ວຊ້າ​ຂອງ​ພວກເຂົາ.


ພຮະອົງ​ຈົດຈຳ​ສິ່ງ​ທີ່​ເຫຼົ່າ​ສັດຕູ​ໄດ້​ກະທຳ​ມາ; ພຣະອົງ​ລໍ​ຈັງຫວະ​ຈະ​ລົງໂທດ​ພວກເຂົາ​ໃຫ້​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka