ເຢເຣມີຢາ 2:21 - ພຣະຄຳພີສັກສິ21 ເຮົາໄດ້ປູກເຈົ້າໄວ້ດັ່ງປູກຕົ້ນອະງຸ່ນພັນດີ ໂດຍເລືອກເຟັ້ນເອົາມາຈາກພັນດີທີ່ສຸດດ້ວຍ. ແຕ່ເບິ່ງແມ! ເຈົ້າກາຍເປັນຫຍັງໄປແລ້ວຮູ້ບໍ ເຈົ້າເປັນດັ່ງຕົ້ນອະງຸ່ນເໜົ່າຫາຄຸນຄ່າບໍ່ໄດ້. Uka jalj uñjjattʼäta |
ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ ໄດ້ຊົມຊື່ນຍິນດີແທນທີ່ຈະໂສກເສົ້າ; ພວກເຂົາຈະຮ້ອງເພງສັນລະເສີນພຣະເຈົ້າໃດ ແທນທີ່ຈະເສົ້າໂສກເສຍໃຈຢູ່ເລື້ອຍໆ. ພວກເຂົາຈະເປັນດັ່ງຕົ້ນໄມ້ທີ່ພຣະເຈົ້າຢາເວໄດ້ປູກໄວ້ເອງ ພວກເຂົາທຸກຄົນຈະກະທຳແຕ່ສິ່ງທີ່ຖືກຕ້ອງ ແລະພຣະເຈົ້າກໍຈະໄດ້ຮັບຄຳຍ້ອງຍໍສັນລະເສີນ ສຳລັບສິ່ງທີ່ພຣະອົງໄດ້ກະທຳມານັ້ນ.
ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ມີຄົນໜຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ເປັນບ່ອນບີບຄັ້ນເອົານໍ້າອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້ດ້ວຍ, ຕໍ່ມາ ເພິ່ນເອົາສວນອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍຈາກໄປປະເທດອື່ນ.