Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:20 - ພຣະຄຳພີສັກສິ

20 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:20
50 Jak'a apnaqawi uñst'ayäwi  

ກະສັດ​ເຢໂຣໂບອາມ​ໄດ້​ກຳນົດ​ໃຫ້​ມີ​ພິທີ​ສະຫລອງ​ທາງ​ສາສະໜາ ໃນ​ວັນ​ທີ​ສິບຫ້າ​ເດືອນ​ແປດ ເໝືອນດັ່ງ​ວັນ​ສະຫລອງ​ທີ່​ອານາຈັກ​ຢູດາຍ. ເທິງ​ແທ່ນບູຊາ​ທີ່​ເບັດເອນ ເພິ່ນ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແກ່​ຮູບ​ງົວຄຳ​ທີ່​ເພິ່ນ​ຫລໍ່​ຂຶ້ນ​ນັ້ນ ແລະ​ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ບາງຄົນ​ໃຫ້​ຮັບໃຊ້​ຢູ່​ໃນ​ບ່ອນ​ຂາບໄຫວ້ ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຄືກັນ.


ພວກເຂົາ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ, ຕັ້ງ​ເສົາ​ຫີນ​ສັກສິດ​ຂຶ້ນ ແລະ​ສ້າງ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຂຶ້ນ​ຢູ່​ເທິງ​ພູ ແລະ​ຢູ່​ກ້ອງ​ຕົ້ນໄມ້.


ພຣະອົງ​ເຮັດ​ໃຫ້​ພົ້ນ​ໂສກເສົ້າ​ແລະ​ມືດມົວ ແລະ​ຫັກ​ໂສ້​ທີ່​ໄດ້​ລ່າມ​ພວກເຂົາ​ໃຫ້​ເປັນ​ຕ່ອນໆ.


ພວກເຂົາ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ອິດສະຫລະ ຈາກ​ການປົກຄອງ​ຂອງ​ພວກເພິ່ນ​ນັ້ນ. ຈົ່ງ​ໃຫ້​ພວກເຮົາ​ປົດ​ການ​ຄວບຄຸມ ຂອງ​ພວກເພິ່ນ​ນັ້ນ​ອອກ​ໜີໄປ.”


ພວກເຂົາ​ກຸກກວນ​ພຣະອົງ​ໃຫ້​ໂກດຮ້າຍ​ສະເໝີມາ ໂດຍ​ມີ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເຄືອງໃຈ​ຫລາຍ ຍ້ອນ​ຮູບເຄົາຣົບ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ.


ປະຊາຊົນ​ທັງໝົດ​ຈຶ່ງ​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.” ແລ້ວ​ໂມເຊ​ກໍ​ຂຶ້ນ​ໄປ​ແຈ້ງ​ຕໍ່​ພຣະເຈົ້າຢາເວ ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ນັ້ນ.


ໂມເຊ​ຈຶ່ງ​ໄດ້​ນຳ​ຂໍ້ຄຳສັ່ງ ແລະ​ກົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ​ໄປ​ບອກ​ປະຊາຊົນ ແລະ​ປະຊາຊົນ​ທຸກຄົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.”


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ຄັ້ງໜຶ່ງ ນະຄອນ​ທີ່​ເຄີຍ​ສັດຊື່ ແຕ່​ບັດນີ້​ກຳລັງ​ປະພຶດ​ຕົນ​ດັ່ງ​ຍິງ​ແມ່ຈ້າງ; ໃນ​ຄັ້ງໜຶ່ງ ນະຄອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄົນ​ຊອບທຳ ແຕ່​ບັດນີ້​ມີ​ແຕ່​ຄາດຕະກອນ​ທັງນັ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”


ເຮົາ​ຈະ​ທຳລາຍ​ຊາວ​ອັດຊີເຣຍ​ໃນ​ດິນແດນ​ອິດສະຣາເອນ​ຂອງເຮົາ ແລະ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ທີ່​ເທິງ​ພູ​ຂອງເຮົາ. ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ແອກ​ຂອງ​ຊາວ​ອັດຊີເຣຍ ແລະ​ຈາກ​ພາລະໜັກ​ທີ່​ພວກເຂົາ​ແບກ​ຢູ່​ນັ້ນ.


ເພາະ​ພຣະອົງ​ໄດ້​ຫັກ​ແອກ​ທີ່​ເປັນ​ພາລະໜັກ ແລະ​ຫັກ​ໄມ້ແສ້​ທີ່​ໃຊ້​ຕີ​ບ່າ​ພວກເຂົາ​ນັ້ນ. ພຣະອົງ​ໄດ້​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ທີ່​ໄດ້​ກົດຂີ່​ຫາ​ປະໂຫຍດ​ນຳ​ຄົນ​ຂອງ​ພຣະເຈົ້າ ດັ່ງ​ພຣະອົງ​ໄດ້​ເອົາ​ຊະນະ​ແຕ່​ດົນນານ​ຜ່ານມາ ຄື​ກອງທັບ​ມີດີອານ​ແຕ່​ດົນນານ​ມາ​ແລ້ວ.


ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?


ປະຊາຊົນ​ຂອງເຈົ້າ​ຂາບໄຫວ້​ທີ່​ແທ່ນບູຊາ​ແລະ​ທີ່​ເສົາ​ໄມ້​ສັກສິດ ອັນ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ, ຕາມ​ກ້ອງ​ກົກໄມ້​ໃບຂຽວ, ຕາມ​ເນີນ​ທີ່ສູງ​ຕ່າງໆ,


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ຂໍ​ພຽງແຕ່​ເຈົ້າ​ຍອມ​ຮັບຮູ້​ວ່າ​ເຈົ້າ​ໄດ້​ກະທຳ​ຜິດ ແລະ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທົ່ານັ້ນ. ຈົ່ງ​ສາລະພາບ​ວ່າ ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ​ທຸກ​ຕົ້ນ​ເຈົ້າ​ໄດ້​ມອບ​ຄວາມຮັກ​ໃຫ້​ແກ່​ບັນດາ​ພະ​ຕ່າງຊາດ ແລະ​ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຕ່າງໆ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ວັນນັ້ນ​ມາເຖິງ ເຮົາ​ຈະ​ຫັກ​ແອກ​ຊຶ່ງ​ວາງ​ເທິງ​ຄໍ​ຂອງ​ພວກເຂົາ ແລະ​ທັງ​ຈະ​ປົດ​ໂສ້​ທີ່​ລ່າມ​ພວກເຂົາ​ອອກ ແລະ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ທາດຮັບໃຊ້​ຂອງ​ຄົນຕ່າງດ້າວ​ອີກ​ຕໍ່ໄປ.


ຂ້ານ້ອຍ​ຈະ​ໄປ​ຫາ​ຄົນ​ທີ່​ມີ​ອຳນາດ ແລະ​ຈະ​ໄປ​ເວົ້າຈາ​ປາໄສ​ກັບ​ພວກເຂົາ​ເບິ່ງ ແນ່ນອນ​ພວກເຂົາ​ຕ້ອງ​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ແລະ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.” ແຕ່​ພວກເຂົາ​ບໍ່​ຮັບ​ເອົາ​ຣິດເດດ​ອຳນາດ​ຂອງ​ພຣະອົງ​ຈັກ​ຄົນ ແລະ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ພຣະອົງ​ອີກ​ດ້ວຍ.


ຍ້ອນ​ຄົນອື່ນໆ​ບໍ່​ສາມາດ​ເຮັດ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ໃຈ​ໄດ້ ເຈົ້າ​ຈຶ່ງ​ໄດ້​ແລ່ນ​ໄປ​ຕາມ​ຊາວ​ອັດຊີເຣຍ. ເຈົ້າ​ເປັນ​ແມ່ຈ້າງ​ຂອງ​ພວກເຂົາ; ແຕ່​ເຈົ້າ​ຍັງ​ບໍ່​ອີ່ມໜຳ​ສຳລານ​ໃຈ​ເຊັ່ນກັນ.


ຕາມ​ຖະໜົນ​ທຸກ​ສາຍ​ເຈົ້າ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຮູບເຄົາຣົບ. ແຕ່​ເຈົ້າ​ພັດ​ບໍ່ໄດ້​ເງິນ​ດັ່ງ​ຍິງ​ແມ່ຈ້າງ​ທົ່ວໆ​ໄປ​ໄດ້.


ພວກເຂົາ​ຈະ​ຈູດ​ເຮືອນ​ຂອງເຈົ້າ​ຖິ້ມ ແລະ​ປ່ອຍ​ໃຫ້​ພວກຜູ້ຍິງ​ເຫັນ​ໂທດກຳ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ຍິງໂສເພນີ ແລະ​ເຊົາ​ໃຫ້​ຂອງຂວັນ​ແກ່​ທຸກຄົນ​ທີ່​ເຈົ້າ​ຮັກ.


ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.


ເຖິງ​ແມ່ນ​ວ່າ ໂອໂຮລາ​ເປັນ​ຂອງເຮົາ​ກໍຕາມ ແຕ່​ນາງ​ຍັງ​ໄດ້​ສືບຕໍ່​ເປັນ​ຍິງໂສເພນີ ບ້າ​ຕັນຫາ ໄຝ່​ຫາ​ແຕ່​ບັນດາ​ຄູ່ຮັກ​ຂອງ​ນາງ​ທີ່​ມາ​ຈາກ​ປະເທດ​ອັດຊີເຣຍ.


ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”


ນາງ​ເອງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ຄົນ​ຮັກ​ຂອງຂ້ອຍ ເພາະ​ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ຂ້ອຍ ເຊັ່ນ: ອາຫານ​ແລະ​ນໍ້າ, ເຄື່ອງ​ຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ.”


ຂ້າພະເຈົ້າ​ບອກ​ນາງ​ວ່າ ນາງ​ຕ້ອງ​ຄອຍຖ້າ​ຂ້າພະເຈົ້າ​ເປັນ​ເວລາ​ນານ ໂດຍ​ບໍ່​ຕ້ອງ​ເປັນ​ໂສເພນີ​ຫລື​ຫລີ້ນຊູ້ ແລະ​ໃນ​ລະຫວ່າງ​ນີ້​ຂ້າພະເຈົ້າ​ຈະ​ຄອຍຖ້າ​ນາງ.


ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ທີ່​ສະຖານ​ສັກສິດ​ຢູ່​ເທິງ​ຈອມພູ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ເທິງ​ເນີນພູ​ແລະ​ຢູ່​ໃຕ້​ຕົ້ນໄມ້​ສູງ ຄື​ຕົ້ນໄມ້​ທີ່​ແຜ່​ງ່າ​ອອກ​ເພາະ​ມັນ​ມີ​ຮົ່ມ​ເຢັນ​ດີ. ຜົນ​ທີ່​ຕາມ​ມາ​ກໍ​ຄື​ວ່າ ພວກ​ລູກສາວ​ຂອງ​ພວກເຈົ້າ​ພາກັນ​ເປັນ​ໂສເພນີ ແລະ​ພວກ​ລູກໃພ້​ຂອງ​ພວກເຈົ້າ​ກໍ​ພາກັນ​ຫລີ້ນຊູ້.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.


ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ອີກ​ຕໍ່ໄປ. ເຮົາ​ໄດ້​ຕັດ​ແລະ​ຫັກ​ແອກ ທີ່​ເຮັດ​ໃຫ້ກຽດ​ແລະ​ສັກສີ​ຂອງ​ພວກເຈົ້າ​ຕົກຕໍ່າ ແລະ​ທັງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຈົ້າ ໃຫ້​ຍ່າງ​ໄປມາ​ຢ່າງ​ສະຫງ່າ​ຜ່າເຜີຍ.”


ບັດນີ້ ເຮົາ​ຈະ​ປົດ​ອຳນາດ​ຂອງ​ອັດຊີເຣຍ​ອອກ​ຈາກ​ເຈົ້າ ແລະ​ຈະ​ຫັກ​ໂສ້​ທີ່​ລ່າມ​ເຈົ້າ​ໄວ້​ນັ້ນ​ອອກ.”


ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຢຶດຄອງ​ນີ້ ຈົ່ງ​ທຳລາຍ​ບ່ອນ​ຂາບໄຫວ້​ພະ​ຕ່າງໆ​ຂອງ​ປະຊາຊົນ​ໃຫ້​ໝົດ ບໍ່​ວ່າ​ບ່ອນ​ນັ້ນ​ຈະ​ຢູ່​ເທິງ​ພູເຂົາ​ສູງ ທີ່​ເທິງ​ເນີນພູ ແລະ​ຢູ່​ກ້ອງ​ຕົ້ນໄມ້​ໃບ​ຂຽວ​ກໍຕາມ.


ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.


ວັນ​ນີ້ ພວກເຈົ້າ​ໄດ້​ຮັບຮອງ​ຕໍ່​ພຣະເຈົ້າຢາເວ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ; ພວກເຈົ້າ​ໄດ້​ສັນຍາ​ວ່າ​ຈະ​ເຊື່ອຟັງ​ພຣະອົງ, ຢຶດຖື​ກົດບັນຍັດ​ໝົດ​ທຸກ​ຂໍ້​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້​ທຸກປະການ.


ແຕ່​ສຳລັບ​ພວກເຈົ້າ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ກອບກູ້ ອອກ​ມາ​ຈາກ​ຂຸມ​ນະຣົກ​ຂອງ​ເອຢິບ. ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ ເພື່ອ​ຫລໍ່ຫລອມ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ໃນວັນນີ້.


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ໂມເຊ​ເອີຍ ຈົ່ງ​ກັບຄືນ​ໄປ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ສາ. ແລ້ວ​ໃຫ້​ທ່ານ​ກັບ​ມາ​ບອກ​ພວກເຮົາ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກ່າວ​ແກ່​ທ່ານ. ພວກເຮົາ​ຈະ​ເຊື່ອຟັງ ແລະ​ປະຕິບັດ​ຕາມ.’


ພວກເຂົາ​ໄດ້​ຕອບ​ໂຢຊວຍ​ວ່າ, “ພວກ​ຂ້ານ້ອຍ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ທ່ານ​ໄດ້​ບອກ ແລະ​ຈະ​ໄປ​ທຸກໆ​ບ່ອນ​ທີ່​ທ່ານ​ຈະ​ສົ່ງ​ພວກ​ຂ້ານ້ອຍ​ໄປ.


ແລ້ວ​ປະຊາຊົນ​ກໍ​ເວົ້າ​ກັບ​ໂຢຊວຍ​ວ່າ, “ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.”


ໂຢຊວຍ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ແລ້ວ​ເພິ່ນ​ກໍໄດ້​ເອົາ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ຕັ້ງ​ຂຶ້ນ​ທີ່​ຮົ່ມ​ຂອງ​ຕົ້ນໂອກ ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


ອີກ​ຄັ້ງໜຶ່ງ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ຂາບໄຫວ້​ພະບາອານ​ກັບ​ເຈົ້າແມ່​ອັດສະຕາກ ແລະ​ບັນດາ​ພະ​ຂອງ​ຊາວ​ຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະ​ຊາວ​ຟີລິດສະຕິນ​ດ້ວຍ. ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ແລະ​ເຊົາ​ນະມັດສະການ​ພຣະອົງ.


ແລ້ວ​ຊາວ​ອິດສະຣາເອນ​ກໍໄດ້​ເລີ່ມ​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ເລີ່ມ​ບົວລະບັດ​ຮັບໃຊ້​ພະບາອານ.


ພວກເຂົາ​ປະຖິ້ມ​ພຣະເຈົ້າຢາເວ ແລະ​ໄປ​ບົວລະບັດ​ຮັບໃຊ້​ພະບາອານ​ແລະ​ເຈົ້າແມ່​ອັດສະຕາກ.


ແລ້ວ​ພວກເຂົາ​ກໍ​ຮ້ອງ​ຫາ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ເພາະ​ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີໄປ​ຈາກ​ພຣະເຈົ້າຢາເວ ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ພະບາອານ​ແລະ​ຂອງ​ເຈົ້າແມ່​ອັດສະຕາກ. ບັດນີ້ ຂໍ​ພຣະອົງ​ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ​ສັດຕູ​ແດ່ທ້ອນ ແລະ​ພວກ​ຂ້ານ້ອຍ​ຈະ​ຮັບໃຊ້​ພຣະອົງ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka