Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:19 - ພຣະຄຳພີສັກສິ

19 ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:19
40 Jak'a apnaqawi uñst'ayäwi  

ເອລີຢາ​ຕອບ​ວ່າ, “ຂ້ານ້ອຍ​ບໍ່ແມ່ນ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ​ແກ່​ອິດສະຣາເອນ ແຕ່​ແມ່ນ​ທ່ານ​ແລະ​ພໍ່​ຂອງທ່ານ​ເອງ​ຕ່າງຫາກ ເພາະ​ທ່ານ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ຂອງ​ພະບາອານ.


ຜູ້ທຳນວາຍ​ເຊມາອີຢາ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ເຣໂຫໂບອາມ ພ້ອມ​ກັບ​ບັນດາ​ຜູ້ນຳ​ຊາວ​ຢູດາ ທີ່​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ ຍ້ອນ​ປົບໜີ​ຈາກ​ກະສັດ​ຊີຊາກ. ເພິ່ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ສຳລັບ​ພວກທ່ານ: ‘ພວກເຈົ້າ​ໄດ້​ປະຖິ້ມ​ເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ປະຖິ້ມ​ພວກເຈົ້າ​ໃຫ້​ຊີຊາກ​ຄືກັນ.”’


ແຕ່​ນັ້ນ​ມາ ເອໂດມ​ກໍໄດ້​ແຍກ​ເປັນ​ອານາຈັກ​ເອກະລາດ​ຈາກ ອານາຈັກ​ຢູດາຍ. ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ໄດ້​ກະບົດ​ຄືກັນ ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງຕົນ.


ອາມາຊີຢາ​ເວົ້າ​ຕັດ​ບົດ​ວ່າ, “ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່ປຶກສາ​ຂອງ​ກະສັດ​ເມື່ອໃດ? ຈົ່ງ​ຢຸດ​ເວົ້າ​ແມ ຫລື​ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເສຍ.” ແຕ່​ຜູ້ທຳນວາຍ​ເວົ້າ​ສວນ​ຂຶ້ນ ແລະ​ບອກ​ເພິ່ນ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ທຳລາຍ​ທ່ານ​ແລ້ວ ເພາະ​ທ່ານ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຍັງ​ບໍ່​ຍອມ​ຟັງ​ຄຳ​ຕັກເຕືອນ​ຂອງ​ຂ້ານ້ອຍ.”


ຄວາມບາບ​ເວົ້າ​ຕໍ່​ຄົນຊົ່ວຮ້າຍ​ເລິກ​ເຂົ້າ​ໄປ​ໃນ​ຈິດໃຈ ພວກເຂົາ​ປະຕິເສດ​ພຣະເຈົ້າ​ເພາະ​ບໍ່​ຢ້ານຢຳ​ພຣະອົງ.


ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ບໍ່ໄດ້​ໃສ່​ເຄື່ອງເອ້​ອີກ​ຕໍ່ໄປ ເມື່ອ​ຈາກ​ພູເຂົາ​ຊີນາຍ​ໄປ​ນັ້ນ.


ດ້ວຍເຫດນີ້ ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ຕອບແທນ​ຕາມ​ທາງ​ຂອງ​ເຈົ້າ ຈົນ​ເຈົ້າ​ເບື່ອໜ່າຍ​ຕໍ່​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ກະທຳ​ມາ.


ຄົນໂງ່ຈ້າ​ຕາຍ​ຍ້ອນ​ຂາດ​ປັນຍາ ແລະ​ຄວາມປະໝາດ​ຂອງ​ຄົນໂງ່​ກໍ​ເປັນ​ທາງ​ສູ່​ຄວາມ​ຈິບຫາຍ​ວາຍວອດ.


ຄວາມຜິດ​ນັ້ນ ຄຸມຂັງ​ຜູ້​ທີ່​ເຮັດ​ຜິດ ການບາບ​ຂອງ​ຄົນຊົ່ວ​ກໍ​ເປັນ​ບ້ວງແຮ້ວ. ພວກເຂົາ​ຖືກ​ຈັບ​ໃນ​ຕາໜ່າງ​ແຫ່ງ​ບາບ​ຂອງ​ພວກ​ເຂົາເອງ.


ຈິດໃຈ​ລຳອຽງ​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ເອງ. ພວກເຂົາ​ເຮັດ​ບາບ​ຢ່າງ​ເປີດເຜີຍ​ດັ່ງ​ຊາວ​ໂຊໂດມ​ໄດ້​ເຮັດ. ເຄາະກຳ​ເປັນ​ຂອງ​ພວກເຂົາ​ສາ​ແລ້ວ ເພາະ​ພວກເຂົາ​ເອງ​ເປັນ​ຜູ້ນຳ​ເຄາະກຳ​ນັ້ນ​ມາ.


ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ອິດສະຣາເອນ​ເອີຍ ເຈົ້າ​ນຳ​ສິ່ງນີ້​ມາ​ສູ່​ເຈົ້າເອງ ເຈົ້າ​ໄດ້​ປະຖິ້ມ​ເຮົາ​ແລະ​ຫັນໜີ​ໄປ​ຈາກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໃນ​ຂະນະທີ່​ພຣະອົງ​ກຳລັງ​ພາ​ເຈົ້າ​ເດີນທາງ​ໄປ​ນັ້ນ.


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ຢູດາ​ເອີຍ ເຈົ້າ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ສູ່​ເຈົ້າ​ເອງ ໂດຍ​ວິທີ​ດຳເນີນ​ຊີວິດ​ຂອງ​ເຈົ້າ ແລະ​ໂດຍ​ສິ່ງ​ຕ່າງໆ​ທີ່​ເຈົ້າ​ໄດ້​ປະພຶດ. ບາບ​ຂອງເຈົ້າ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ທຸກ​ລຳບາກ​ນີ້; ສະນັ້ນ ມັນ​ຈຶ່ງ​ແທງ​ຈິດໃຈ​ຂອງເຈົ້າ​ໃຫ້​ຊອດ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.


ພວກເຈົ້າ​ບໍ່ເຄີຍ​ຄິດ​ເລີຍ​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສົ່ງ​ຝົນ​ຍາມ​ລະດູ​ໃບໄມ້​ຫລົ່ນ ແລະ​ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ມາ​ໃຫ້ ແລະ​ໃຫ້​ພວກເຈົ້າ​ມີ​ລະດູ​ເກັບກ່ຽວ​ປະຈຳ​ປີ​ກໍຕາມ.


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ແຕ່​ແມ່ນ​ເຮົາ​ແທ້​ບໍ ທີ່​ພວກເຂົາ​ກຳລັງ​ເຮັດ​ໃຫ້​ເຈັບຊໍ້າ​ໜຳໃຈ? ບໍ່ແມ່ນ​ເຮົາ​ດອກ ແຕ່​ແມ່ນ​ພວກເຂົາ​ເຮັດ​ໃຫ້​ພວກເຂົາ​ເອງ​ເຈັບຊໍ້າ​ໜຳໃຈ ແລະ​ນຳ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ພວກເຂົາ​ເອງ.


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ຣາຄະ​ຕັນຫາ​ແລະ​ການ​ເປັນ​ຍິງໂສເພນີ​ຂອງ​ເຈົ້າ​ນັ້ນ ໄດ້​ນຳ​ສິ່ງ​ເຫຼົ່ານີ້​ມາ​ສູ່​ເຈົ້າ. ເຈົ້າ​ເຄີຍ​ເປັນ​ຍິງໂສເພນີ​ໃຫ້​ຊົນຊາດ​ທັງຫລາຍ ແລະ​ເຈົ້າເອງ​ປະພຶດ​ໃຫ້​ເປັນ​ມົນທິນ​ເພາະ​ຮູບເຄົາຣົບ​ຂອງ​ພວກເຂົາ.


ເຮົາ​ໃຫ້​ພວກເຂົາ​ໄດ້​ຮັບ​ສິ່ງ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ເພາະ​ຄວາມ​ບໍ່ສະອາດ ແລະ​ການ​ຊົ່ວຊ້າ​ຂອງ​ພວກເຂົາ; ສະນັ້ນ ເຮົາ​ຈຶ່ງ​ຫັນໜີ​ຈາກ​ພວກເຂົາ.”


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ທຳລາຍ​ພວກເຈົ້າ. ແລ້ວ​ຜູ້ໃດ​ແດ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້?


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ກໍ​ຮ້ອງຟ້ອງ​ຕໍ່ສູ້​ພວກເຂົາ. ພວກເຂົາ​ຕຳ​ສະດຸດ​ລົ້ມ​ຍ້ອນ​ການບາບ​ຂອງ​ພວກເຂົາ​ເອງ ແລະ​ຝ່າຍ​ປະຊາຊົນ​ຢູດາ​ກໍ​ລົ້ມລົງ​ຄືກັນ.


ພວກເຂົາ​ບໍ່ເຄີຍ​ຄິດ​ວ່າ ເຮົາ​ຈະ​ຈົດຈຳ​ກິດຈະການ​ຊົ່ວ​ທັງໝົດ​ຂອງ​ພວກເຂົາ; ແຕ່​ການບາບ​ຂອງ​ພວກເຂົາ​ໄດ້​ອ້ອມ​ພວກເຂົາ​ໄວ້ ແລະ​ເຮົາ​ຈະ​ບໍ່​ລະເວັ້ນ​ເບິ່ງ​ການບາບ​ນັ້ນ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ເຫດການ​ທັງປວງ​ນີ້​ຈະ​ເກີດຂຶ້ນ​ເພາະ​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ ແລະ​ກະບົດ​ຕໍ່​ພຣະເຈົ້າ. ເປັນ​ຄວາມຜິດ​ຂອງ​ຜູ້ໃດ​ທີ່​ຊາດ​ອິດສະຣາເອນ​ເປັນ​ກະບົດ? ເປັນ​ຄວາມຜິດ​ຂອງ​ນະຄອນ​ຊາມາເຣຍ​ບໍ່ແມ່ນບໍ? ຜູ້ໃດ​ເຮັດ​ຜິດ​ຖານ​ຂາບໄຫວ້​ຮູບເຄົາຣົບ​ໃນ​ຊາດ​ຢູດາ? ແມ່ນ​ນະຄອນ​ເຢຣູຊາເລັມ​ບໍ່ແມ່ນບໍ?


ແຕ່​ປະຊາຊົນ​ຂອງເຮົາ​ດື້ດ້ານ​ບໍ່​ເຊື່ອຟັງ. ພວກເຂົາ​ຫັນ​ຫລັງ​ໃສ່​ເຮົາ ແລະ​ປິດ​ຫູ​ຂອງ​ພວກເຂົາ​ໄວ້


“ພວກເຂົາ​ບໍ່ເຄີຍ​ຄິດ​ທີ່​ຈະ​ຢຳເກງ​ພຣະເຈົ້າ.”


ແຕ່​ພວກເຈົ້າ​ກໍ​ຍັງ​ໄດ້​ໜີໄປ​ຈາກ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ພະອື່ນ. ສະນັ້ນ ເຮົາ​ຈະ​ບໍ່​ຊ່ວຍ​ພວກເຈົ້າ​ອີກຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka