18 ເຈົ້າຫວັງຈະໄດ້ຫຍັງແດ່ທີ່ເຈົ້າໄປຫາເອຢິບ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້ານິນຫລືນີ້? ເຈົ້າຫວັງຈະໄດ້ຫຍັງທີ່ໄປຫາອັດຊີເຣຍ ຫວັງຈະໄດ້ດື່ມນໍ້າໃນແມ່ນໍ້າເອີຟຣັດຫລືນີ້?
ຊາວເອໂດມໄດ້ເລີ່ມເຂົ້າມາປຸ້ນສະດົມຢູດາຍອີກ ແລະພວກເຂົາກໍໄດ້ຈັບຫລາຍຄົນໄປເປັນຊະເລີຍ; ສະນັ້ນ ກະສັດອາຮາດຈຶ່ງຂໍໃຫ້ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍມາຊ່ວຍເຫລືອ.
ພວກເຈົ້າສົ່ງຄົນຂ້າມທະເລໄປຊື້ຂາຍເມັດພືດທີ່ເກີດໃນປະເທດເອຢິບ ແລະເຮັດທຸລະກິດກັບທຸກຊົນຊາດ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ໄປຂໍໃຫ້ເອຢິບຊ່ວຍເຫລືອ. ພວກເຂົາເພິ່ງພາອາໄສກຳລັງທາງທະຫານອັນເຂັ້ມແຂງຂອງເອຢິບຄື: ຝູງມ້າ, ລົດຮົບ ແລະທະຫານ, ແຕ່ພວກເຂົາບໍ່ໄດ້ເພິ່ງພາອາໄສອົງພຣະຜູ້ເປັນເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ຫລືຂໍໃຫ້ພຣະອົງຊ່ວຍເຫລືອ.
ເມື່ອເວລານັ້ນມາເຖິງ ອົງພຣະຜູ້ເປັນເຈົ້າຈະຈ້າງເອົາຊ່າງຕັດຜົມມາຈາກແມ່ນໍ້າເອີຟຣັດຟາກໜຶ່ງ ຄືຈັກກະພັດອັດຊີເຣຍ ເພິ່ນຈະແຖຜົມທີ່ເທິງຫົວ ແຖໜວດທັງແຖຂົນຕາມຕົນຕົວຂອງເຈົ້າຖິ້ມ.
ເຈົ້າໄດ້ຕີລາຄາເຈົ້າເອງຢ່າງຕໍ່າໆ ໂດຍຫັນໄປຫາບັນດາພະຂອງຊົນຊາດອື່ນໆ. ເອຢິບຈະເຮັດໃຫ້ເຈົ້າຜິດຫວັງ ດັ່ງອັດຊີເຣຍໄດ້ເຮັດໃຫ້ເຈົ້າຜິດຫວັງມາແລ້ວ.
ພວກເຈົ້າຍັງຈະລັ່ງເລໃຈຢູ່ອີກດົນປານໃດນໍ? ຜູ້ຍິງທີ່ບໍ່ສັດຊື່ເອີຍ ເວລາຕັດສິນໃຈມາຮອດແລ້ວ. ພຣະເຈົ້າຢາເວໄດ້ສ້າງບາງສິ່ງໃໝ່ໆໃຫ້ແຕກຕ່າງອອກໄປ ຄືແມ່ຍິງສາມາດປ້ອງກັນຜູ້ຊາຍໄດ້.”
ພວກເຮົາຫລຽວເບິ່ງຈົນອິດເມື່ອຍ ແຕ່ບໍ່ເຫັນຄວາມຊ່ວຍເຫລືອໃດໆ ພວກເຮົາຄອງຄອຍຖ້າຄວາມຊ່ວຍຊູ ຈາກປະເທດທີ່ບໍ່ມີຫຍັງຊ່ວຍໄດ້.
ເພື່ອຢາກມີອາຫານລ້ຽງຊີບໃຫ້ມີຊີວິດຢູ່ຕໍ່ໄປ ຕ້ອງໄປຂໍທານນຳເອຢິບແລະອັດຊີເຣຍພຸ້ນ.
ຍ້ອນຄົນອື່ນໆບໍ່ສາມາດເຮັດໃຫ້ເຈົ້າອີ່ມໜຳສຳລານໃຈໄດ້ ເຈົ້າຈຶ່ງໄດ້ແລ່ນໄປຕາມຊາວອັດຊີເຣຍ. ເຈົ້າເປັນແມ່ຈ້າງຂອງພວກເຂົາ; ແຕ່ເຈົ້າຍັງບໍ່ອີ່ມໜຳສຳລານໃຈເຊັ່ນກັນ.
ແຕ່ກະສັດແຫ່ງຢູດາຍໄດ້ກໍ່ການກະບົດ ແລະສົ່ງຄະນະຜູ້ຕາງໜ້າຂອງຕົນໄປປະເທດເອຢິບ ເພື່ອຫາຝູງມ້າ ແລະກອງທັບອັນມີທະຫານຫລວງຫລາຍມາ. ລາວຈະເຮັດຫລ້ອນໜ້າທີ່ຫລື? ລາວຈະໄປລອດບໍ? ລາວຝ່າຝືນຄຳໝັ້ນສັນຍາໂດຍບໍ່ຮັບໂທດໄດ້ບໍ?
ຣາຄະຕັນຫາແລະການເປັນຍິງໂສເພນີຂອງເຈົ້ານັ້ນ ໄດ້ນຳສິ່ງເຫຼົ່ານີ້ມາສູ່ເຈົ້າ. ເຈົ້າເຄີຍເປັນຍິງໂສເພນີໃຫ້ຊົນຊາດທັງຫລາຍ ແລະເຈົ້າເອງປະພຶດໃຫ້ເປັນມົນທິນເພາະຮູບເຄົາຣົບຂອງພວກເຂົາ.
ເມື່ອໃດເອຟຣາອິມເຫັນວ່າຕົນເຈັບໄຂ້ ແລະຢູດາຍເຫັນວ່າຕົນມີບາດແຜ ເມື່ອນັ້ນເອຟຣາອິມກໍໄປຫາອັດຊີເຣຍ ເພື່ອຂໍໃຫ້ກະສັດຜູ້ຍິ່ງໃຫຍ່ຊ່ວຍເຫລືອ, ແຕ່ລາວບໍ່ສາມາດຮັກສາພວກເຂົາ ຫລືປິ່ນປົວບາດແຜຂອງພວກເຂົາໃຫ້ດີໄດ້.
ຊາດອິດສະຣາເອນວົນວຽນໄປມາດັ່ງນົກກາງແກທີ່ໂງ່ງ່າວ; ປະຊາຊົນຂອງຕົນຮ້ອງຂໍຄວາມຊ່ວຍເຫລືອຈາກປະເທດເອຢິບກ່ອນ ແລ້ວກໍແລ່ນໄປຫາອັດຊີເຣຍ
ແລະດິນແດນຂອງຊາວອາວິມທີ່ຢູ່ທາງທິດໃຕ້. (ດິນແດນແຕ່ແມ່ນໍ້າຊີໂຮເຣ ຕາມຊາຍແດນຂອງປະເທດເອຢິບຂຶ້ນໄປທາງເໜືອ ຈົນເຖິງເຂດແດນເອັກໂຣນຖືວ່າເປັນຖິ່ນຂອງຊາວການາອານ; ບັນດາຜູ້ປົກຄອງຂອງຊາວຟີລິດສະຕິນ 5 ຄົນ ທີ່ຢູ່ໃນເມືອງກາຊາ, ເມືອງອາຊະໂດດ, ເມືອງອາຊະເກໂລນ, ເມືອງກາດ ແລະເມືອງເອັກໂຣນ).