ເຢເຣມີຢາ 2:15 - ພຣະຄຳພີສັກສິ15 ພວກເຂົາຮ້ອງແຜດສຽງໃສ່ລາວ ດັ່ງໂຕສິງ ດິນແດນຂອງລາວກາຍເປັນຖິ່ນແຫ້ງແລ້ງກັນດານແລ້ວ ແລະເມືອງຕ່າງໆກໍຮົກຮ້າງເພພັງ ທັງຖືກປະຖິ້ມໄປຢ່າງສິ້ນເຊີງສາແລ້ວ. Uka jalj uñjjattʼäta |
“ເຢເຣມີຢາເອີຍ ເຈົ້າຕ້ອງປະກາດທຸກໆສິ່ງທີ່ເຮົາໄດ້ກ່າວນັ້ນ. ເຈົ້າຕ້ອງບອກປະຊາຊົນເຫຼົ່ານີ້ອີກວ່າ: ‘ພຣະເຈົ້າຢາເວຈະເປັ່ງສຽງຮ້ອງຈາກສະຫວັນ ຈາກທີ່ສູງສຸດບ່ອນພຣະອົງຢູ່ ກ້ອງກັງວານໄປທົ່ວ. ພຣະອົງຈະເປັ່ງສຽງຮ້ອງ ຕໍ່ສູ້ປະຊາຊົນຂອງພຣະອົງ; ພຣະອົງຈະຮ້ອງ ດັ່ງຄົນຢຽບໝາກອະງຸ່ນເຮັດເຫຼົ້າ.
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ປະຊາຊົນກຳລັງເວົ້າວ່າ ບ່ອນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ; ໃນທີ່ນັ້ນບໍ່ມີແມ່ນແຕ່ຄົນ ແລະສັດອາໄສຢູ່. ເຂົາເວົ້າຖືກແລ້ວ; ເມືອງຂອງຢູດາຍກັບຕາມທ້ອງຖະໜົນຂອງນະຄອນເຢຣູຊາເລັມກໍຫວ່າງເປົ່າ; ບໍ່ມີຄົນຫລືສັດອາໄສຢູ່ເລີຍ, ແຕ່ໃນບ່ອນເຫຼົ່ານີ້ ພວກເຈົ້າຈະໄດ້ຍິນອີກເທື່ອໃໝ່
ໃນມື້ນັ້ນ ເມື່ອພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງ ແມ່ນແຕ່ເງິນແລະຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກທຳລາຍ ດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການສິ້ນສຸດຢ່າງກະທັນຫັນແກ່ທຸກໆຄົນ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້.