Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:14 - ພຣະຄຳພີສັກສິ

14 ຊາດ​ອິດສະຣາເອນ​ບໍ່ໄດ້​ເປັນ​ທາດ ທັງ​ບໍ່ໄດ້​ເກີດ​ມາ​ຈາກ​ທາດ​ແຕ່​ຢ່າງໃດ ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ເຫຼົ່າ​ສັດຕູ ຈຶ່ງ​ຕາມລ່າ​ຈັບ ແລະ ຕາມ​ຂ້າ?

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:14
7 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກ ແລະ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຂ້ານ້ອຍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ.”


ກົດລະບຽບ​ອັນ​ດຽວກັນ​ນີ້​ໃຫ້​ໃຊ້​ສຳລັບ​ຄົນ​ອິດສະຣາເອນ​ແຕ່​ກຳເນີດ ແລະ​ສຳລັບ​ຄົນ​ຕ່າງດ້າວ​ຜູ້​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ຄື​ກັນ.”


ແລ້ວ​ເຈົ້າ​ກໍ​ຕ້ອງ​ບອກ​ກະສັດ​ຟາໂຣ​ວ່າ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ຊາດ​ອິດສະຣາເອນ​ເປັນ​ລູກຊາຍກົກ​ຂອງເຮົາ.


ຂ້າພະເຈົ້າ​ໄດ້​ຊື້​ທາດຮັບໃຊ້​ຊາຍ​ຍິງ​ຕັ້ງ​ຫລວງຫລາຍ ແລະ​ກໍ​ມີ​ທາດຮັບໃຊ້​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ມີ​ຝູງສັດ​ຫລາຍກວ່າ​ຄົນ​ໃດໆ ທີ່​ເຄີຍ​ມີ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ພວກເຈົ້າ​ຈະ​ຕ້ອງ​ປ່ອຍປະ ດິນແດນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ ແລະ​ເຮົາ​ຈະ​ກະທຳ​ໃຫ້​ພວກເຈົ້າ​ໄປ​ຮັບໃຊ້​ເຫຼົ່າ​ສັດຕູ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຮົາ​ນັ້ນ​ເປັນ​ດັ່ງ​ໄຟ​ທີ່​ຈະ​ໄໝ້​ເຜົາຜານ​ຕະຫລອດໄປ.”


ເຢເຣມີຢາ​ເອີຍ ເມື່ອ​ພວກເຂົາ​ຖາມ​ວ່າ, ດ້ວຍເຫດໃດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ; ຈົ່ງ​ບອກ​ພວກເຂົາ​ວ່າ ເມື່ອ​ພວກເຂົາ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຮັບໃຊ້​ບັນດາ​ພະ​ຕ່າງຊາດ ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ສັນໃດ ພວກເຂົາ​ກໍ​ຈະ​ໄດ້​ຮັບໃຊ້​ຄົນຕ່າງຊາດ​ໃນ​ດິນແດນ​ໜຶ່ງ​ທີ່​ບໍ່​ເປັນ​ຂອງ​ພວກເຂົາ​ເອງ​ສັນນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka