12 ສະນັ້ນ ເຮົາຈຶ່ງສັ່ງຟ້າສະຫວັນໃຫ້ດັງກ້ອງຫວັ່ນໄຫວ ເພື່ອເຮັດໃຫ້ແຕກຕື່ນຕົກໃຈແລະມີການງຶດງໍ້. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ໂອ ຈັກກະວານແລະແຜ່ນດິນໂລກເອີຍ ຈົ່ງຟັງສິ່ງທີ່ເຮົາກຳລັງກ່າວ ພວກເດັກນ້ອຍທີ່ເຮົາລ້ຽງມາຈົນໃຫຍ່ໄດ້ກະບົດຕໍ່ສູ້ເຮົາ.
ຈົ່ງໂງ່ຈ້າຕໍ່ໄປສາ ຈົ່ງຕາບອດຕໍ່ໄປເຖີດ ຈົ່ງມືນເມົາໂດຍບໍ່ມີເຫຼົ້າອະງຸ່ນດື່ມສາ ໂຊເຊໄປມາໂດຍບໍ່ໄດ້ດື່ມເຫຼົ້າຈັກຈອກສາ
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຖາມທຸກຊົນຊາດ ວ່າເຫດການເຊັ່ນນີ້ເຄີຍເກີດຂຶ້ນກັບພວກເຂົາຫລືບໍ່? ສິ່ງທີ່ປະຊາຊົນອິດສະຣາເອນໄດ້ພາກັນກະທຳ ເປັນສິ່ງໜ້າຢ້ານກົວຫລາຍ ແລະພີລຶກແທ້ໆ
ໂອ ດິນແດນ ດິນແດນ ດິນແດນເອີຍ ຈົ່ງຟັງເອົາ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ:
ຂ້ານ້ອຍຈ້ອງຕາເບິ່ງແຜ່ນດິນໂລກ ເຫັນເປັນທີ່ຮ້າງຫວ່າງເປົ່າທັງໝົດ ແລະແນມເບິ່ງຟ້າສະຫວັນກໍບໍ່ເຫັນ ແສງສະຫວ່າງໃດໆທັງສິ້ນ.
ແຜ່ນດິນໂລກເອີຍ ຈົ່ງຟັງເທີ້ນ ເຮົາກຳລັງຈະນຳເອົາໄພພິບັດມາສູ່ປະຊາຊົນເຫຼົ່ານີ້ ຄືໄພພິບັດທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນພວກເຂົາໄດ້ປະຖິ້ມຄຳສັ່ງສອນຂອງເຮົາ ແລະບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງເຮົາ.
ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ.
ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດມືດມົວເປັນເວລາສາມຊົ່ວໂມງ.
“ໂອ ຟ້າສະຫວັນເອີຍ ຈົ່ງງ່ຽງຫູຂອງເຈົ້າຟັງສຽງຂອງຂ້ອຍ ແລະແຜ່ນດິນໂລກເອີຍ ຈົ່ງຟັງຖ້ອຍຄຳຈາກປາກຂອງຂ້ອຍ.