Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 2:11 - ພຣະຄຳພີສັກສິ

11 ບໍ່ມີ​ຊົນຊາດ​ອື່ນໃດ​ເຄີຍ​ສັບປ່ຽນ​ພຣະ​ຂອງຕົນ ເຖິງ​ວ່າ​ພວກມັນ​ບໍ່ແມ່ນ​ພຣະ​ແທ້​ກໍຕາມ. ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ສັບປ່ຽນ​ເຮົາ​ເດີ ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ສະຫງ່າຣາສີ​ມາ​ສູ່​ພວກເຂົາ ກັບ​ບັນດາ​ພະ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ ແລະ​ທີ່​ຊ່ວຍເຫລືອ​ພວກເຂົາ​ຫຍັງ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 2:11
23 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ຜູ້ທຳນວາຍ​ຊາວ​ຕີຊະເບ ໃຫ້​ໄປ​ຫາ​ຄົນ​ຂອງ​ກະສັດ​ອາຮາຊີຢາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ພວກເຈົ້າ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ?


ພວກທ່ານ​ໄດ້​ຂັບໄລ່​ບັນດາ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ອອກ​ໜີໄປ ແລະ​ພວກທ່ານ​ຍັງ​ໄດ້​ຂັບໄລ່​ຊາວ​ເລວີ​ໃຫ້​ອອກ​ໜີ​ດ້ວຍ. ພວກທ່ານ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ແທນ​ພວກເຂົາ​ໃນ​ແບບ​ດຽວ​ກັນ​ກັບ​ຊົນຊາດ​ອື່ນໆ​ໄດ້​ເຮັດ. ຄົນ​ໃດ​ທີ່​ນຳ​ເອົາ​ງົວເຖິກໜຸ່ມ ຫລື​ແກະເຖິກ​ເຈັດ​ໂຕ​ມາ​ມອບ​ໃຫ້​ພວກທ່ານ ຄົນນັ້ນ​ກໍໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະໂຣຫິດ​ສຳລັບ​ພະ​ຂອງ​ພວກທ່ານ.


ພວກເຂົາ​ເອົາ​ພຣະເຈົ້າ​ຜູ້​ເປັນ​ກຽດສັກສີ​ຂອງ​ພວກຕົນ ປ່ຽນ​ກັບ​ຮູບ​ສັດເດຍລະສານ​ທີ່​ກິນ​ຫຍ້າ​ໂຕໜຶ່ງ.


ພະ​ຂອງ​ພວກເຂົາ​ນັ້ນ​ເຮັດ​ດ້ວຍ​ເງິນ ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.


ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.


ຄົນ​ໜຶ່ງ​ເຮັດ​ພະ​ຂອງຕົນ​ໄດ້​ບໍ? ບໍ່ໄດ້​ດອກ; ຖ້າ​ລາວ​ເຮັດ​ໄດ້ ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ກໍ​ບໍ່ແມ່ນ​ພຣະແທ້.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຖາມ​ທຸກ​ຊົນຊາດ ວ່າ​ເຫດການ​ເຊັ່ນນີ້​ເຄີຍ​ເກີດຂຶ້ນ​ກັບ​ພວກເຂົາ​ຫລື​ບໍ່? ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ກະທຳ ເປັນ​ສິ່ງ​ໜ້າຢ້ານກົວ​ຫລາຍ ແລະ​ພີລຶກ​ແທ້ໆ


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ຮູບເຄົາຣົບ​ທັງໝົດ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ ຫັນໜີ​ໄປ​ຈາກ​ເຮົາ; ແຕ່​ໂດຍ​ຄຳຕອບ​ຂອງເຮົາ​ນີ້ ເຮົາ​ຫວັງ​ວ່າ​ຈະ​ໄດ້​ພວກເຂົາ​ກັບຄືນ​ມາ​ສັດຊື່​ຕໍ່​ເຮົາ.


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້ ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ໂດຍ​ບໍ່​ຟັງ​ກົດບັນຍັດ​ຕ່າງໆ​ຂອງເຮົາ ຫລື​ຮັກສາ​ຂໍ້ຄຳສັ່ງ​ທັງຫລາຍ​ຂອງເຮົາ​ນັ້ນ ເຈົ້າ​ໄດ້​ກໍ່​ຄວາມ​ເດືອດຮ້ອນ​ຫລາຍກວ່າ​ບັນດາ​ປະເທດ​ທີ່​ຢູ່​ອ້ອມຮອບ​ເຈົ້າ. ເຈົ້າ​ໄດ້​ເຮັດ​ຕາມ​ປະເພນີ​ຕ່າງໆ​ຂອງ​ບັນດາ​ຊົນຊາດ​ອື່ນໆ.


ແຕ່ລະ​ຊົນຊາດ​ຕ່າງ​ກໍ​ຂາບໄຫວ້​ແລະ​ເຊື່ອຟັງ​ນາມ​ພະ​ຂອງຕົນ, ແຕ່​ພວກເຮົາ​ຈະ​ນະມັດສະການ​ແລະ​ເຊື່ອຟັງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ.


ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.


ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”


ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.


ການ​ຂາບໄຫວ້​ຮູບພະ​ຂອງ​ພວກເຂົາ​ນັ້ນ ໄດ້​ເຮັດ​ໃຫ້​ພຣະອົງ​ຊົງ​ຫວງແຫນ; ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ກະທຳ ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ໂກດຮ້າຍ.


ໂດຍ​ຮູບເຄົາຣົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ແກ້ງເຮັດ​ໃຫ້​ເຮົາ​ໂມໂຫ ໂດຍ​ແກ້ງເຮັດ​ໃຫ້​ເຮົາ​ຫຶງຫວງ ຕໍ່​ສິ່ງ​ທີ່​ພວກເຂົາ​ເອີ້ນ​ວ່າ​ພະ​ຂອງ​ເຂົາເຈົ້າ​ນັ້ນ; ພະເກ້ໆ​ເຫຼົ່ານັ້ນ​ລ້ວນແຕ່​ເປັນ​ພະທຽມ ບໍ່ແມ່ນ​ພຣະເຈົ້າ​ແທ້​ຈັກດີ້. ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຊ້​ຊາດ​ໜຶ່ງ​ມາ​ເຮັດ​ໃຫ້ ພວກ​ເຂົາເຈົ້າ​ເກີດ​ໂມໂຫ; ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ອິດສາ ຊົນຊາດ​ເບົາ​ປັນຍານີ້.


ເຈົ້າ​ນັ້ນ​ຊ່າງ​ມີ​ຄວາມສຸກ​ແທ້ ພຽງ​ໃດ​ເຈົາ​ຮູ້​ບໍ່? ຊາດ​ອິດສະຣາເອນ​ເອີຍ! ບໍ່ມີ​ໃຜ​ເປັນ​ເໝືອນ​ດັ່ງ​ພວກເຈົ້າ ເປັນ​ຊົນຊາດ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ຊ່ວຍເຫຼືອ​ເອົາ. ພຣະເຈົ້າຢາເວ​ເປັນ​ໂລ້​ຕ້ານທານ​ແລະ​ເປັນ​ດາບ​ປາບ​ສັດຕູ ເປັນ​ຜູ້​ປ້ອງກັນ​ແລະ​ນຳ​ໄຊຊະນະ​ມາ​ໃຫ້​ເຈົ້າ. ເຫຼົ່າ​ສັດຕູ​ນັ້ນ​ຈະ​ມາ​ກາບ​ຂໍ​ຄວາມ​ເມດຕາ ແລະ​ເຈົ້າ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ຈົນກ້ຽງ.”


ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພວກເຈົ້າ​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່ມີ​ປະໂຫຍດ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ແມ່ນ​ໄຖ່​ດ້ວຍ​ສິ່ງຂອງ​ທີ່​ເສື່ອມສູນ​ໄປ ເໝືອນ​ດັ່ງ​ເງິນ ຫລື​ຄຳ


ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka