10 ຈົ່ງໄປທາງທິດຕາເວັນຕົກຂອງເກາະໄຊປຣັດ ສົ່ງຜູ້ໜຶ່ງໄປທາງທິດຕາເວັນອອກຂອງເກດາພຸ້ນ. ພວກເຈົ້າຈະເຫັນວ່າບໍ່ມີເຫດການໃດໆ ທີ່ເຄີຍເກີດຂຶ້ນມາດັ່ງເຫດການເຫຼົ່ານີ້.
ມີລູກຊາຍຕາມລະດັບການເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,
ຄົນທັງຫລາຍຈະຕອບວ່າ, ‘ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ທີ່ນຳພາປູ່ຍ່າຕາຍາຍຂອງພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາຫຼົງໄຫລຕິດຕາມບັນດາພະອື່ນ ແລະຂາບໄຫວ້ພວກມັນ. ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳໄພພິບັດມາສູ່ພວກເຂົາ.”’
ເຊື້ອສາຍຂອງຢາວານ ມີດັ່ງນີ້: ຊາວເອລີຊາ, ສະເປນ, ໄຊປຣັດ ແລະໂຣເດັດ.
ເມື່ອກະສັດດາວິດໄດ້ແກ່ຊະຣາຫລາຍແລ້ວ ເພິ່ນໄດ້ແຕ່ງຕັ້ງໂຊໂລໂມນລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນແທນເພິ່ນ.
ໂກຮາດມີລູກຊາຍສີ່ຄົນດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ.
ການອາໄສຢູ່ທ່າມກາງພວກເຈົ້າກໍຊົ່ວເທົ່າກັບຢູ່ນຳ ຊາວເມເຊັກຫລືນຳປະຊາຊົນແຫ່ງເກດານັ້ນ.
ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ຂ້າພະເຈົ້າວ່າ, “ໃນໜຶ່ງປີເຕັມ ຄວາມຍິ່ງໃຫຍ່ຂອງຄົນໃນເຜົ່າຕ່າງໆຂອງເກດາຈະສິ້ນສຸດໄປ.
ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບຕີເຣ. ຈົ່ງໂສກເສົ້າຮໍ່າໄຮເຖີດ ພວກແລ່ນເຮືອແຫ່ງຕາກຊິດເອີຍ ທ່າເຮືອໃນເມືອງທ່າຂອງພວກເຈົ້າຖືກທຳລາຍສາແລ້ວ; ບ້ານເຮືອນກັບທ່າເຮືອຖືກພັງພິນາດສາແລ້ວ. ພວກເຈົ້າຮູ້ຂ່າວຕ່າງໆ ເມື່ອເຮືອຂອງພວກເຈົ້າກັບມາແຕ່ເມືອງໄຊປຣັດ.
ເມືອງຊີໂດນເອີຍ ຄວາມສຸກຂອງເຈົ້າໄດ້ສິ້ນສຸດລົງສາແລ້ວ ແລະປະຊາຊົນຂອງເຈົ້າກໍໄດ້ຖືກກົດຂີ່. ເຖິງແມ່ນວ່າພວກເຂົາປົບໜີໄປທີ່ເມືອງໄຊປຣັດ; ແຕ່ກໍຈະບໍ່ໄດ້ຮັບຄວາມປອດໄພ.
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງເຜົ່າເກດາ ແລະທ້ອງຖິ່ນຕ່າງໆຊຶ່ງຖືກຄວບຄຸມໂດຍເມືອງຮາໂຊ ຊຶ່ງກະສັດເນບູກາດເນັດຊາແຫ່ງບາບີໂລນຕີໄດ້ວ່າ, “ຈົ່ງໂຈມຕີປະຊາຊົນເກດາ ແລະທຳລາຍເຜົ່າທາງທິດຕາເວັນອອກ
ເຈົ້າໄດ້ໃຊ້ເຄື່ອງນຸ່ງບາງຢ່າງຂອງເຈົ້າ ຕົບແຕ່ງບ່ອນຂາບໄຫວ້ທັງຫລາຍຂອງເຈົ້າ ແລະເຈົ້າໄດ້ມອບຕົວເຈົ້າໃຫ້ແກ່ທຸກຄົນດັ່ງຍິງແມ່ຈ້າງ.
ຊາວອາຣັບແລະພວກຜູ້ປົກຄອງດິນແດນເກດາ ກໍເອົາຝູງລູກແກະ, ຝູງແກະ ແລະຝູງແບ້ຈ່າຍເປັນຄ່າສິນຄ້າຂອງເຈົ້າ.
ພວກເຂົາໄດ້ຕົ້ນກໍ່ມາຈາກບາຊານເຮັດໄມ້ພາຍ ໄດ້ໄມ້ສົນຈາກໄຊປຣັດເຮັດຂົວເຮືອຂັດງາຊ້າງ.
ນະຄອນເຢຣູຊາເລັມເອີຍ ບັດນີ້ ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ໂດຍບໍ່ຟັງກົດບັນຍັດຕ່າງໆຂອງເຮົາ ຫລືຮັກສາຂໍ້ຄຳສັ່ງທັງຫລາຍຂອງເຮົານັ້ນ ເຈົ້າໄດ້ກໍ່ຄວາມເດືອດຮ້ອນຫລາຍກວ່າບັນດາປະເທດທີ່ຢູ່ອ້ອມຮອບເຈົ້າ. ເຈົ້າໄດ້ເຮັດຕາມປະເພນີຕ່າງໆຂອງບັນດາຊົນຊາດອື່ນໆ.
ຫລັງຈາກນັ້ນ ເພິ່ນຈະໂຈມຕີຊົນຊາດທັງຫລາຍຕາມແຄມທະເລ ແລະຢຶດເອົາດິນແດນໄດ້ຢ່າງຫລວງຫລາຍ. ແຕ່ຈະມີແມ່ທັບຊາວຕ່າງປະເທດຄົນໜຶ່ງປາບເພິ່ນລົງ ແລະກຳຈັດຄວາມທະເຍີທະຍານຂອງເພິ່ນໃຫ້ໝົດສິ້ນໄປ;
ຊາວໂຣມຈະມາທາງເຮືອ ແລະຂັດຂວາງລາວໄວ້ ແລະລາວຈະຢ້ານກົວ. ແລ້ວລາວກໍຈະກັບຄືນໄປດ້ວຍຄວາມຄຽດແຄ້ນ ແລະຈະວາງແຜນທຳລາຍພັນທະສັນຍາແຫ່ງໄພ່ພົນຂອງພຣະເຈົ້າ. ລາວຈະເຮັດຕາມຄຳແນະນຳຂອງພວກທີ່ປະຖິ້ມພັນທະສັນຍາ.
ມີຂ່າວເລົ່າລືກັນທົ່ວໄປວ່າ ໃນທ່າມກາງພວກເຈົ້ານັ້ນ, ມີການຜິດຊາຍຍິງອັນໜັກໜ່ວງຫລາຍ ແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມຍ
ທຸກຄົນທີ່ໄດ້ເຫັນເຫດການນີ້ຈຶ່ງພາກັນເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນຢ່າງນີ້ມາກ່ອນ. ຕັ້ງແຕ່ຊາວອິດສະຣາເອນອອກມາຈາກປະເທດເອຢິບ ບໍ່ເຄີຍມີເຫດການຢ່າງນີ້ເກີດຂຶ້ນເລີຍ. ພວກເຮົາຄວນເຮັດຢ່າງໃດກ່ຽວກັບເລື່ອງນີ້?”