Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 19:9 - ພຣະຄຳພີສັກສິ

9 ສັດຕູ​ຈະ​ປິດລ້ອມ​ເມືອງ ແລະ​ພະຍາຍາມ​ຂ້າ​ຊາວ​ເມືອງ​ຖິ້ມ. ການ​ປິດລ້ອມ​ເມືອງ​ຈະ​ເປັນ​ການ​ໜ້າຢ້ານກົວ​ທີ່ສຸດ ຈົນ​ຊາວ​ເມືອງ​ຈະ​ກິນກັນ​ເອງ ແລະ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 19:9
10 Jak'a apnaqawi uñst'ayäwi  

ຕໍ່ມາ ໃນ​ວັນ​ທີ​ເກົ້າ ຂອງ​ເດືອນ​ສີ່ ຂອງ​ປີ​ດຽວກັນ​ນັ້ນ ໄດ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ປະຊາຊົນ​ບໍ່​ມີ​ຫຍັງ​ກິນ


ປະຊາຊົນ​ທົ່ວ​ທັງ​ປະເທດ​ໄດ້​ເກັບເລັມ​ເອົາ​ອາຫານ​ມາ​ກິນ ບ່ອນ​ລະເລັກ​ລະນ້ອຍ​ຕາມ​ທີ່​ຕົນ​ຫາ​ໄດ້, ແຕ່​ພວກເຂົາ​ກໍ​ບໍ່​ອີ່ມ​ເປັນ​ຈັກເທື່ອ ຈຶ່ງ​ກິນ​ແມ່ນແຕ່​ລູກ​ຂອງຕົນເອງ.


ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”


“ຂ້າແດ່​ພະຣາຊາ ຄົນ​ເຫຼົ່ານີ້​ໄດ້​ເຮັດ​ຜິດ​ໄປ​ແລ້ວ. ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ ເພິ່ນ​ຈະ​ຕ້ອງ​ອຶດ​ຕາຍ​ໃນ​ທີ່ນັ້ນ ໃນ​ເມື່ອ​ເມືອງ​ນີ້​ບໍ່ມີ​ອາຫານ​ເຫລືອຢູ່​ອີກ​ເລີຍ.”


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ໄພພິບັດ​ທີ່​ມາ​ເຖິງ​ຄົນ​ຂອງຂ້ອຍ ມີ​ແຕ່​ສິ່ງ​ຢ້ານກົວ ແມ່​ຜູ້​ທີ່​ຮັກ​ລູກ​ຮັກ​ຜົວ ກໍ​ຕົ້ມ​ລູກ​ຂອງ​ຕົນເອງ​ກິນ​ໄດ້.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ພວກເຈົ້າ​ຈະ​ຫິວໂຫຍ​ຢ່າງ​ໜັກ​ທີ່ສຸດ ຈົນ​ຈະ​ຕ້ອງ​ກິນ​ພວກ​ລູກຊາຍ​ລູກຍິງ​ຂອງຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka