Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 19:7 - ພຣະຄຳພີສັກສິ

7 ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 19:7
32 Jak'a apnaqawi uñst'ayäwi  

ເຮົາ​ຈະ​ປະຖິ້ມ​ພວກ​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ ຜູ້​ທີ່​ຈະ​ຮົບ​ຊະນະ​ພວກເຂົາ ແລະ​ຈະ​ປຸ້ນສະດົມ​ດິນແດນ​ຂອງ​ພວກເຂົາ.


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”


ວາງແຜນ​ຂອງ​ເຈົ້າ​ໄວ້​ສາ, ແຕ່​ແຜນການ​ນັ້ນ​ຈະ​ບໍ່​ສຳເລັດ​ຈັກເທື່ອ. ປຶກສາ​ກັນ​ຫລາຍໆ, ແຕ່​ການ​ປຶກສາ​ນັ້ນ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ກັບ​ພວກເຮົາ.


ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ພວກເຮົາ​ຄວນ​ຈະ​ໄປ​ໃສ?’ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ພະຍາດ​ໂຣຄາ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຈະ​ຕາຍ​ຍ້ອນ​ເຄາະກຳ​ໃນ​ສົງຄາມ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ການອຶດຢາກ​ນາໆ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຮັບ​ເຄາະກຳ​ຍ້ອນ​ຖືກ​ຈັບ​ເປັນ​ຊະເລີຍ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ.’


ແມ່​ທີ່​ເສຍ​ລູກ​ເຈັດ​ຄົນ ກໍ​ສະຫລົບ​ລົ້ມ​ຫາຍໃຈ​ປາ ສຳລັບ​ນາງ ແສງ​ກາງເວັນ​ກໍ​ປ່ຽນ​ເປັນ​ມືດ​ສາ​ແລ້ວ; ນາງ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຂົມຂື່ນ​ຈິດໃຈ ເຮົາ​ຈະ​ປ່ອຍ​ໃຫ້​ສັດຕູ​ຂ້າ​ພວກເຈົ້າ​ຜູ້​ຍັງ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ພວກເຂົາ​ຈະ​ໃຫ້ກຽດ​ຝັງສົບ​ລາວ​ໄວ້​ດັ່ງ​ຝັງ​ໂຕ​ລາ ໂດຍ​ຈະ​ລາກ​ໂຍນ​ຖິ້ມ​ໄປ​ນອກ​ປະຕູ​ນະຄອນ​ພຸ້ນ.”


ແລະ​ມອບ​ເຈົ້າ​ໃຫ້​ແກ່​ປະຊາຊົນ​ທີ່​ພວກເຈົ້າ​ຢ້ານກົວ ຄື​ພວກ​ທີ່​ຢາກ​ຂ້າ​ພວກເຈົ້າ​ຖິ້ມ. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ທະຫານ​ຂອງ​ລາວ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ເຮົາ​ກຳລັງ​ຈະ​ມອບ​ເມືອງ​ນີ້ ໃຫ້​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ລາວ.


ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ.


ໄປ​ມອບ​ໃຫ້​ແກ່​ຄົນ​ທີ່​ຕ້ອງການ​ຢາກ​ຂ້າ​ພວກເຂົາ​ນັ້ນ ຄື​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ແລະ​ກອງທັບ​ຂອງ​ລາວ. ແຕ່​ຕໍ່ມາ ປະຊາຊົນ​ຈະ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ອີກ ດັ່ງ​ພວກເຂົາ​ໄດ້​ເປັນມາ​ໃນ​ອະດີດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.


ແທນ​ທີ່​ກະດູກ​ເຫຼົ່ານີ້​ຈະ​ຖືກ​ຮິບໂຮມ ແລະ​ຖືກ​ຝັງ​ໄວ້; ແຕ່​ມັນ​ຈະ​ຖືກ​ປະ​ໃຫ້​ເປັນ​ຝຸ່ນ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ. ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ຕາກ​ແສງ​ຕາເວັນ, ແສງ​ດວງເດືອນ ແລະ​ແສງ​ດວງດາວ​ອື່ນໆ ທີ່​ປະຊາຊົນ​ເຫຼົ່ານີ້​ບູຊາ​ແລະ​ຮັບໃຊ້ ໂດຍ​ຂໍ​ຄຳ​ປຶກສາ​ແລະ​ຂາບໄຫວ້.


ພວກເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ ພວກເຈົ້າ​ສະຫລາດ ແລະ​ຮູ້ຈັກ​ກົດບັນຍັດ​ຂອງເຮົາ? ເບິ່ງດູ ສະໝຽນ​ທີ່​ບໍ່​ສັດຊື່​ນັ້ນ ພວກເຂົາ​ໄດ້​ປ່ຽນແປງ​ກົດບັນຍັດ​ຂອງເຮົາ.


ນັກປາດ​ຂອງ​ພວກເຈົ້າ​ກໍ​ຖືກ​ອັບອາຍ; ພວກເຂົາ​ສັບສົນ ແລະ​ຖືກ​ບ້ວງແຮ້ວ. ພວກເຂົາ​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ບັດນີ້ ພວກເຂົາ​ມີ​ສະຕິປັນຍາ​ຫຍັງ​ແດ່?


ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ເຮົາ​ຈະ​ນຳ​ການ​ລົບລາຂ້າຟັນ​ມາ​ເປັນ​ການ​ລົງໂທດ ຍ້ອນ​ວ່າ​ພວກເຈົ້າ​ໄດ້​ຝ່າຝືນ​ພັນທະສັນຍາ​ຂອງເຮົາ ແລະ​ຖ້າ​ພວກເຈົ້າ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ທີ່​ປອດໄພ ເຮົາ​ກໍ​ຈະ​ສົ່ງ​ໂຣກ​ລະບາດ​ມາ​ໃນ​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຖືກ​ບີບ​ບັງຄັບ​ໃຫ້​ຍອມ​ຈຳນົນ​ແກ່​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ຫລື? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ພວກເຮົາ​ຍັງ​ເປັນ​ຜູ້​ສະໜັບ​ສະໜູນ​ກົດບັນຍັດ​ອີກ.


ຖ້າ​ວ່າ​ຄົນ​ທີ່​ຖື​ຕາມ​ກົດບັນຍັດ​ນັ້ນ ຈະ​ເປັນ​ເຈົ້າ​ຂອງ​ມໍຣະດົກ ແລ້ວ​ຄວາມເຊື່ອ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ແລະ​ພຣະສັນຍາ​ກໍ​ບໍ່ມີ​ຄຸນຄ່າ​ເລີຍ.


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka