Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 19:5 - ພຣະຄຳພີສັກສິ

5 ແລະ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ ເພື່ອ​ເຜົາ​ລູກໆ​ຂອງ​ພວກເຂົາ​ໃຫ້​ເປັນ​ເຄື່ອງ​ບູຊາ. ເຮົາ​ບໍ່ເຄີຍ​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້; ເລື່ອງ​ດັ່ງນີ້​ບໍ່ເຄີຍ​ມີ​ຢູ່​ໃນ​ຄວາມຄິດ​ຂອງເຮົາ​ເລີຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 19:5
14 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ເອົາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ; ພວກເຂົາ​ປຶກສາ​ໝໍ​ຜີ​ແລະ​ໝໍ​ມໍ; ພວກເຂົາ​ຕັ້ງໜ້າ​ຕັ້ງຕາ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ໃຫຍ່.


ເພິ່ນ​ໄດ້​ຖວາຍ​ລູກຊາຍ​ຂອງຕົນ​ໃຫ້​ເປັນ​ເຄື່ອງ​ຖວາຍບູຊາ. ເພິ່ນ​ທຳພິທີ​ຖາມ​ສິ່ງ​ສັກສິດ ແລະ​ຝຶກ​ເວດມົນ​ກະຖາ ແລະ​ປຶກສາ ພວກ​ໝໍ​ດູ​ແລະ​ໝໍ​ຜີ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ນີ້ແຫລະ ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ເຈົ້າ​ແກ້​ເຄື່ອງນຸ່ງ​ອອກ​ເໝືອນ​ແມ່ຈ້າງ ເຈົ້າ​ມອບ​ຕົວ​ໃຫ້​ແກ່​ບັນດາ​ຄູ່ຮັກ​ຂອງເຈົ້າ ແລະ​ໃຫ້​ແກ່​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ທັງໝົດ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ຂ້າ​ລູກ​ເຈົ້າ​ເອງ ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ.


ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຈົ້າ​ຈະ​ເລີ່ມ​ຄິດ​ແຜນການ​ອັນ​ຊົ່ວຮ້າຍ.


ໃນ​ຂະນະທີ່​ພະຣາຊາ​ກຳລັງ​ນອນ​ຫລັບ​ຢູ່ນັ້ນ ທ່ານ​ໄດ້​ຝັນ​ເຖິງ​ເລື່ອງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ; ພຣະເຈົ້າ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ ໄດ້​ສຳແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຊົ້າ​ວັນໃໝ່​ມາ ເຈົ້າ​ບາຫລາກ​ໄດ້​ພາ​ບາລາອາມ​ຂຶ້ນ​ໄປ​ທີ່​ເມືອງ​ບາໂມດ-ບາອານ ຈາກ​ບ່ອນ​ນັ້ນ​ບາລາອາມ​ສາມາດ​ຫລຽວ​ເຫັນ​ປະຊາຊົນ​ອິດສະຣາເອນ​ສ່ວນ​ໜຶ່ງ​ໄດ້.


ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຂົາ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ໃນ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ທຸກຢ່າງ ຊຶ່ງ​ພຣະເຈົ້າຢາເວ​ກຽດຊັງ​ທີ່ສຸດ. ພວກເຂົາ​ເຜົາ​ແມ່ນແຕ່​ລູກຊາຍ ລູກສາວ​ຂອງ​ພວກເຂົາ​ເອງ​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka