ເຢເຣມີຢາ 19:4 - ພຣະຄຳພີສັກສິ4 ເຮົາຈະເຮັດຢ່າງນີ້ກໍເພາະວ່າປະຊາຊົນໄດ້ປະຖິ້ມເຮົາ ແລະເຮັດໃຫ້ສະຖານທີ່ນີ້ເປັນມົນທິນ ໂດຍການເຜົາເຄື່ອງບູຊາຖວາຍແກ່ພະອື່ນ ຄືບັນດາພະທີ່ພວກເຂົາເອງແລະບັນພະບຸລຸດຂອງພວກເຂົາ ຕະຫລອດທັງກະສັດແຫ່ງຢູດາຍບໍ່ເຄີຍຮູ້ຈັກມາກ່ອນ. ພວກເຂົາໄດ້ເຮັດໃຫ້ບ່ອນນີ້ເປິເປື້ອນ ເຕັມໄປດ້ວຍເລືອດຂອງຄົນບໍ່ມີຄວາມຜິດ Uka jalj uñjjattʼäta |
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.