Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 19:3 - ພຣະຄຳພີສັກສິ

3 ແລະ​ຈົ່ງ​ກ່າວ​ວ່າ, “ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ດັ່ງກ່າວ​ນັ້ນ​ມາ​ສູ່​ບ່ອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ໄດ້ຍິນ​ແລ້ວ​ກໍ​ຈະ​ງົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 19:3
18 Jak'a apnaqawi uñst'ayäwi  

ຊົນຊາດ​ທັງປວງ​ຈະ​ຢ້ານຢຳ​ພຣະນາມ​ຂອງ​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຢ້ານຢຳ​ສະຫງ່າຣາສີ​ຂອງ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.


ບັດນີ້ ບັນດາ​ກະສັດ​ເອີຍ ຈົ່ງ​ຟັງ​ຄຳ​ຕັກເຕືອນ​ນີ້; ພວກ​ຜູ້ປົກຄອງ​ໂລກ​ເອີຍ ຈົ່ງ​ຮຽນ​ເອົາ​ບົດຮຽນ​ນີ້:


ມັນ​ຈະ​ກະທົບ​ພວກເຈົ້າ​ອີກ​ຫລາຍເທື່ອ ຕອນເຊົ້າ​ແລ້ວ​ຕອນເຊົ້າ​ອີກ. ພວກເຈົ້າ​ຈະ​ຕ້ອງ​ອົດທົນ​ເອົາ​ທັງ​ກາງເວັນ​ແລະ​ກາງຄືນ. ຖ້ອຍຄຳ​ໃໝ່ໆ​ຈາກ​ພຣະເຈົ້າ​ແຕ່ລະ​ເທື່ອ ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ຢ່າງ​ໃໝ່​ມາ​ໃຫ້


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


ຈົ່ງ​ບອກ​ບັນດາ​ກະສັດ ແລະ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ​ຕະຫລອດ​ກັບ​ທຸກໆຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ຜູ້​ທີ່​ເຂົ້າ​ທາງ​ປະຕູ​ນີ້​ໃຫ້​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.


ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.


ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”


ແມ່ນແຕ່​ເມືອງ​ທີ່​ເຮົາ​ໄດ້​ເລືອກໄວ້​ເອງ ເຮົາ​ກໍ​ຈະ​ລົງ​ມື​ທຳລາຍ. ສ່ວນ​ພວກເຂົາ​ນັ້ນ​ຄິດວ່າ​ພວກຕົນ​ຈະ​ບໍ່​ຖືກ​ລົງໂທດ​ບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຂົາ​ຈະ​ຖືກ​ລົງໂທດ ເພາະ​ເຮົາ​ຈະ​ສົ່ງ​ເສິກ​ສົງຄາມ ມາ​ສູ່​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ນີ້. ເຮົາ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.”


ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’


ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ໄພພິບັດ​ຈະ​ມາເຖິງ​ເຈົ້າ​ບໍ່​ຂາດສາຍ.


ພວກເຈົ້າ​ຈະ​ຖືກ​ລາກ​ດຶງ​ນຳ​ຕົວ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ກະສັດ ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ບອກ​ຂ່າວປະເສີດ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທີ່​ບໍ່​ເຊື່ອ​ເໝືອນກັນ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ.”


ພຣະເຈົ້າຢາເວ​ກ່າວ​ແກ່​ຊາມູເອນ​ວ່າ, “ມື້ໜຶ່ງ ເຮົາ​ຈະ​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຫລາຍ​ຕໍ່​ປະຊາຊົນ​ອິດສະຣາເອນ ເມື່ອ​ທຸກຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເຂົາ​ຈະ​ຕ້ອງ​ຢ້ານກົວ​ທີ່ສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka