2 ອອກໄປທາງປະຕູເມືອງທີ່ຊື່ວ່າ ກອງເສດເຫລືອໝໍ້ທີ່ຮ່ອມພູຮິນໂນມ. ໃນທີ່ນັ້ນ ຂ້າພະເຈົ້າຕ້ອງປະກາດພຣະທຳທີ່ພຣະອົງຈະໄດ້ມອບໃຫ້ຂ້າພະເຈົ້າ.
ກະສັດໂຢສີຢາຍັງໄດ້ທຳລາຍໂຕເຟັດ ບ່ອນຂາບໄຫວ້ຮູບພະຕ່າງໆຂອງຊາວຕ່າງຊາດທີ່ຮ່ອມພູຮິນໂນມ ເພື່ອວ່າຈະບໍ່ມີຜູ້ໃດເອົາລູກຊາຍ ຫລືລູກສາວຂອງຕົນໄປເຜົາຖວາຍບູຊາໃຫ້ພະໂມເລັກ.
ເຜົາເຄື່ອງຫອມບູຊາຢູ່ໃນຮ່ອມພູຮິນໂນມ ແລະເຜົາແມ່ນແຕ່ລູກຊາຍຂອງຕົນເອງເປັນເຄື່ອງບູຊາໃຫ້ຮູບເຄົາຣົບ ຕາມຮີດຄອງອັນໜ້າລັງກຽດຂອງຊາວຕ່າງຊາດ ຊຶ່ງພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ.
ເພິ່ນຍັງເຜົາລູກຊາຍຂອງຕົນເປັນເຄື່ອງບູຊາຢູ່ໃນຮ່ອມພູຮິນໂນມ. ເພິ່ນໄດ້ຝຶກເວດມົນຄາຖາ ແລະປຶກສາໝໍມໍ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ພຣະເຈົ້າຢາເວ ແລະເຮັດໃຫ້ພຣະອົງໂກດຮ້າຍ.
ຊາດົກລູກຊາຍຂອງອິມເມ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ. ເຊມາອີຢາລູກຊາຍຂອງເຊການີຢາ ຜູ້ຮັກສາປະຕູທາງດ້ານທິດຕາເວັນອອກ ໄດ້ສ້າງສ່ວນຕໍ່ໄປ.
ແຕ່ພຣະເຈົ້າຢາເວກໍຍັງກ່າວແກ່ຂ້າພະເຈົ້າວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຫາປະຊາຊົນທີ່ເຮົາສັ່ງເຈົ້າໃຫ້ໄປພົບ ແລະບອກພວກເຂົາທຸກໆສິ່ງທີ່ເຮົາສັ່ງເຈົ້າໃຫ້ກ່າວ.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໄປທີ່ເມືອງຂອງຢູດາຍ ແລະໄປຕາມທ້ອງຖະໜົນຫົນທາງໃນນະຄອນເຢຣູຊາເລັມ. ຈົ່ງປະກາດຖ້ອຍຄຳຂອງເຮົາຢູ່ທີ່ນັ້ນ ແລະບອກປະຊາຊົນໃຫ້ຟັງເນື້ອແທ້ຂອງພັນທະສັນຍາ ແລະໃຫ້ພວກເຂົາປະຕິບັດຕາມ.
“ຈົ່ງລົງໄປທີ່ເຮືອນຂອງຊ່າງປັ້ນໝໍ້ ແລະເຮົາຈະໃຫ້ຖ້ອຍຄຳຂອງເຮົາແກ່ເຈົ້າຢູ່ທີ່ນັ້ນ.”
ພຣະເຈົ້າຢາເວກ່າວວ່າ, “ເຈົ້າຈົ່ງຢືນຢູ່ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ ແລະປະກາດຖ້ອຍຄຳທັງໝົດທີ່ເຮົາໄດ້ສັ່ງເຈົ້າໃຫ້ກ່າວຕໍ່ປະຊາຊົນ ທີ່ມາຈາກເມືອງຕ່າງໆຂອງອານາຈັກຢູດາຍເພື່ອນະມັດສະການໃນວິຫານຂອງພຣະເຈົ້າຢາເວ. ຢ່າສູ່ກ່າວໃຫ້ຂາດໄປຈັກຄຳ.
ພຣະອົງໄດ້ບອກຂ້າພະເຈົ້າໄປກ່າວຕໍ່ຊາດອິດສະຣາເອນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ຊາດອິດສະຣາເອນຜູ້ບໍ່ສັດຊື່ເອີຍ ຈົ່ງກັບຄືນມາຫາເຮົາເຖີດ. ພຣະເຈົ້າຢາເວກ່າວວ່າ ເຮົາມີຄວາມເມດຕາປານີ ແລະເຮົາຈະບໍ່ໂກດຮ້າຍ; ພຣະເຈົ້າຢາເວກ່າວວ່າ ເຮົາຈະບໍ່ໂກດຮ້າຍເຈົ້າຕະຫລອດໄປ.
ພວກເຂົາໄດ້ສ້າງແທ່ນບູຊາໃຫ້ພະບາອານໃນຮ່ອມພູຮິນໂນມ ເພື່ອຖວາຍບູຊາລູກຊາຍແລະລູກສາວຂອງພວກເຂົາໃຫ້ພະໂມເລັກ. ເຮົາບໍ່ໄດ້ສັ່ງພວກເຂົາໃຫ້ເຮັດສິ່ງນີ້ ແລະແມ່ນແຕ່ໃນຄວາມນຶກຄິດຂອງເຮົາກໍບໍ່ມີສິ່ງນີ້ເລີຍ. ການກະທຳອັນໜ້າລັງກຽດຂອງພວກເຂົານີ້ຈະພາໃຫ້ຊາວຢູດາເຮັດບາບ.”
ພຣະອົງໄດ້ບອກຂ້າພະເຈົ້າໃຫ້ຢືນຢູ່ທີ່ປະຕູວິຫານຂອງພຣະເຈົ້າຢາເວ ແລະທີ່ນັ້ນໃຫ້ປະກາດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ພວກເຈົ້າຊາວຢູດາທັງໝົດທີ່ເຂົ້າມາທາງປະຕູນີ້ເພື່ອນະມັດສະການພຣະເຈົ້າຢາເວ
ວ່າ, “ຈົ່ງໄປທີ່ນີເນເວເມືອງໃຫຍ່ ແລະປະກາດຖ້ອຍຄຳທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນແກ່ປະຊາຊົນ.”
ສິ່ງທີ່ເຮົາກ່າວແກ່ພວກເຈົ້າໃນທີ່ມືດພວກເຈົ້າຈົ່ງກ່າວໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຍິນສຽງຊິ່ມເປັນທາງສ່ວນຕົວ ພວກເຈົ້າຈົ່ງປະກາດເທິງຫລັງຄາເຮືອນ.
ດ້ວຍວ່າ, ຂ້າພະເຈົ້າບໍ່ໄດ້ທໍ້ຖອຍ ໃນການປະກາດພຣະປະສົງທຸກຢ່າງຂອງພຣະເຈົ້າໃຫ້ພວກທ່ານຮູ້.
“ຈົ່ງໄປຢືນຢູ່ໃນບໍລິເວນພຣະວິຫານ ແລ້ວປະກາດບັນດາຖ້ອຍຄຳທັງໝົດເຖິງເລື່ອງຊີວິດໃໝ່ນີ້ ສູ່ປະຊາຊົນຟັງ.”
ແລະຜ່ານຂຶ້ນໄປທາງຮ່ອມພູຮິນໂນມທາງເບື້ອງໃຕ້ຂອງເນີນພູ ບ່ອນທີ່ເຢຣູຊາເລັມເມືອງຂອງຊາວເຢບຸດໄດ້ຕັ້ງຢູ່. ແລ້ວຊາຍແດນນີ້ກໍເລີຍຂຶ້ນໄປຈົນເຖິງຍອດພູ ທາງທິດຕາເວັນຕົກຂອງຮ່ອມພູຮິນໂນມ ທີ່ສົ້ນເໜືອສຸດຂອງຮ່ອມພູເຣຟາອິມ.