Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 19:15 - ພຣະຄຳພີສັກສິ

15 ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 19:15
23 Jak'a apnaqawi uñst'ayäwi  

ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.


ພຣະອົງ​ເຕືອນ​ພວກເພິ່ນ​ໃຫ້​ເຊື່ອຟັງ​ຄຳສັ່ງສອນ ແຕ່​ເພາະ​ພວກເພິ່ນ​ຈອງຫອງ​ຈຶ່ງ​ບໍ່​ຍອມ​ເຮັດ​ຕາມ​ນັ້ນ ເຖິງ​ແມ່ນ​ວ່າ​ການ​ຢຶດຖື​ກົດບັນຍັດ​ໄດ້​ຊີວິດ​ກໍດີ ຍ້ອນ​ພວກເພິ່ນ​ດື້ດຶງ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະອົງ.


ສະນັ້ນ ເຮົາ​ຄື​ພຣະເຈົ້າຢາເວ​ຈຶ່ງ​ເຕືອນ​ພວກເຂົາ​ວ່າ ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ພວກເຂົາ​ຈະ​ຫລົບຫລີກ​ໜີໄປ​ບໍ່ໄດ້. ເມື່ອ​ພວກເຂົາ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ແລະ​ພວກເຂົາ​ກໍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ວັນ​ນີ້ ແຕ່​ພວກເຂົາ​ຊໍ້າພັດ​ດື້ດ້ານ, ບໍ່​ຍອມ​ເຊື່ອຟັງ ທັງ​ບໍ່​ຍອມ​ຮຽນຮູ້​ຈາກ​ເຮົາ​ດ້ວຍ.


ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.


ແລະ​ຈົ່ງ​ກ່າວ​ວ່າ, “ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ດັ່ງກ່າວ​ນັ້ນ​ມາ​ສູ່​ບ່ອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ໄດ້ຍິນ​ແລ້ວ​ກໍ​ຈະ​ງົງ.


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.


ພວກທ່ານ​ບໍ່​ຍອມ​ຟັງ​ຫລື​ສົນໃຈ​ເລີຍ; ເຖິງ​ແມ່ນ​ວ່າ ພຣະເຈົ້າຢາເວ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ມາ​ຫາ​ພວກທ່ານ​ກໍຕາມ.


ກົງກັນຂ້າມ ພຣະເຈົ້າຢາເວ​ກ່າວ​ວ່າ ພວກທ່ານ​ປະຕິເສດ​ທີ່​ຈະ​ຍອມ​ຟັງ​ພຣະອົງ, ແຕ່​ພວກທ່ານ​ກັບ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ຕ່າງໆ; ສິ່ງນັ້ນ​ແຫລະ ໄດ້​ນຳ​ເອົາ​ການລົງໂທດ​ຂອງ​ພຣະອົງ​ມາ​ສູ່​ພວກທ່ານ​ເອງ.


ເພາະສະນັ້ນ ເພາະ​ພວກທ່ານ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະອົງ​ຈຶ່ງ​ກ່າວ​ວ່າ,


ເຮົາ​ຈະ​ລົງໂທດ​ເຈົ້າ, ເຊື້ອສາຍ​ຂອງ​ເຈົ້າ ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ ຍ້ອນ​ການບາບ​ທີ່​ພວກເຈົ້າ​ທັງໝົດ​ໄດ້​ເຮັດ. ເຈົ້າເອງ​ລວມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາ ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ໄພພິບັດ​ຊຶ່ງ​ເຮົາ​ໄດ້​ຂູ່​ໄວ້​ນັ້ນ​ມາ​ສູ່​ພວກເຈົ້າ​ທຸກຄົນ.”


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ຫລື​ເອົາໃຈໃສ່​ເລີຍ, ແຕ່​ພວກເຈົ້າ​ແຮ່ງ​ເປັນ​ຄົນ​ຫົວ​ດື້ດ້ານ ແລະ​ກະບົດ​ຫລາຍກວ່າ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ.


ໃນ​ທຸກໆ​ໝູ່ບ້ານ​ຂອງ​ອານາຈັກ​ຢູດາຍ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຢ່າງ​ບໍ່​ເມດຕາ​ຈັກດີ້ ທັງ​ປ້ອມລ້ອມ​ກຳແພງ​ດ້ວຍ​ທີ່​ປ້ອງກັນ​ດິນແດນ ໃຫ້​ອານາຈັກ​ກັບ​ຜູ້ປົກຄອງ​ຖືກ​ອັບອາຍ​ຂາຍໜ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka