Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 19:14 - ພຣະຄຳພີສັກສິ

14 ແລ້ວ​ຂ້າພະເຈົ້າ​ກໍ​ອອກ​ໄປ​ຈາກ​ໂຕເຟັດ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ. ຂ້າພະເຈົ້າ​ໄດ້​ໄປ​ຢືນ​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ

Uka jalj uñjjattʼäta Copia luraña




ເຢເຣມີຢາ 19:14
9 Jak'a apnaqawi uñst'ayäwi  

ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ເດີ່ນໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ເຢໂຮຊາຟັດ​ໄດ້​ລຸກ​ຢືນ​ຂຶ້ນ​ຕໍ່ໜ້າ​ປະຊາຊົນ


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ຈົ່ງ​ໄປ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ປະຕູ​ເມືອງ ຊຶ່ງ​ເປັນ​ບ່ອນ​ທີ່​ບັນດາ​ກະສັດ​ແຫ່ງ​ຢູດາຍ​ເຂົ້າ​ແລະ​ອອກ​ເມືອງ; ແລ້ວ​ຈົ່ງ​ໄປ​ທົ່ວ​ທັງ​ປະຕູ​ອື່ນໆ​ຂອງ​ນະຄອນ​ເຢຣູຊາເລັມ​ອີກ.


ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ວ່າ,


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.


ແລ້ວ​ໂດຍ​ຊ້ອງໜ້າ​ຂອງ​ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ທັງໝົດ ທີ່​ກຳລັງ​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຮານານີຢາ​ວ່າ,


“ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລ້ວ​ປະກາດ​ບັນດາ​ຖ້ອຍຄຳ​ທັງໝົດ​ເຖິງ​ເລື່ອງ​ຊີວິດ​ໃໝ່​ນີ້ ສູ່​ປະຊາຊົນ​ຟັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka