ເຢເຣມີຢາ 19:13 - ພຣະຄຳພີສັກສິ13 ເຮືອນຢູ່ໃນນະຄອນເຢຣູຊາເລັມ, ຫໍໂຮງຕ່າງໆຂອງກະສັດແຫ່ງຢູດາຍ ແລະບ້ານເຮືອນຂອງທຸກຄົນທີ່ເຜົາເຄື່ອງຫອມບູຊາຕາເວັນ, ເດືອນ, ດວງດາວ ແລະຖອກເຫຼົ້າອະງຸ່ນຖວາຍໃຫ້ບັນດາພະອື່ນ ຈະເປັນມົນທິນດັ່ງໂຕເຟັດ.” Uka jalj uñjjattʼäta |
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.
ສະນັ້ນ ພຣະເຈົ້າຈຶ່ງໄດ້ຫັນໜ້າໜີຈາກພວກເຂົາ ແລະປະໃຫ້ພວກເຂົາຂາບໄຫວ້ບັນດາດວງດາວໃນທ້ອງຟ້າ ຕາມທີ່ມີຂຽນໄວ້ໃນພຣະຄຳພີຂອງບັນດາຜູ້ທຳນວາຍວ່າ, ‘ໂອ ປະຊາຊົນອິດສະຣາເອນເອີຍ ສັດທີ່ໄດ້ຂ້າຖວາຍ ແລະເຄື່ອງບູຊານັ້ນ ພວກເຈົ້າບໍ່ໄດ້ເອົາມາຖວາຍແກ່ເຮົາ ໃນຖິ່ນແຫ້ງແລ້ງກັນດານລະຫວ່າງສີ່ສິບປີດອກຕີ້.