12 ພຣະເຈົ້າຢາເວກ່າວວ່າ: ເຮົາສັນຍາວ່າ ເຮົາຈະເຮັດໃຫ້ນະຄອນ ແລະປະຊາຊົນໃນເມືອງນີ້ເປັນດັ່ງໂຕເຟັດ.
ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ນຳກ້ອນເມກມາຈາກສົ້ນສຸດຂອງແຜ່ນດິນໂລກ. ພຣະອົງໃຫ້ຟ້າແມບເຫລື້ອມໃນທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາຈາກຄັງຂອງພຣະອົງນັ້ນ.
ແລ້ວເຮົາກໍຈະຮັກສາພັນທະສັນຍາຂອງເຮົາທີ່ວ່າ ຈະມອບດິນແດນອັນອຸດົມສົມບູນແລະຮັ່ງມີໃຫ້ແກ່ບັນພະບຸລຸດຂອງພວກເຂົາ ດັ່ງທີ່ພວກເຂົາໄດ້ຮັບແລ້ວໃນທຸກວັນນີ້.” ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ຖືກຕ້ອງແລ້ວ.”
ໂດຍໃຫ້ບອກວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ເຮົາຈະທຸບຕີປະຊາຊົນພ້ອມນະຄອນນີ້ໃຫ້ແຕກ ດັ່ງໄດ້ທຸບໝໍ້ດິນໜ່ວຍນີ້ທີ່ຈອດເຂົ້າກັນບໍ່ໄດ້ອີກ. ປະຊາຊົນຈະຝັງຊາກສົບຂອງຄົນຕາຍໄວ້ ແມ່ນແຕ່ໃນໂຕເຟັດຍ້ອນໃນທີ່ອື່ນບໍ່ມີບ່ອນຝັງ.
ເຮືອນຢູ່ໃນນະຄອນເຢຣູຊາເລັມ, ຫໍໂຮງຕ່າງໆຂອງກະສັດແຫ່ງຢູດາຍ ແລະບ້ານເຮືອນຂອງທຸກຄົນທີ່ເຜົາເຄື່ອງຫອມບູຊາຕາເວັນ, ເດືອນ, ດວງດາວ ແລະຖອກເຫຼົ້າອະງຸ່ນຖວາຍໃຫ້ບັນດາພະອື່ນ ຈະເປັນມົນທິນດັ່ງໂຕເຟັດ.”