9 ອີກຢ່າງໜຶ່ງ ຖ້າເຮົາກ່າວວ່າຈະປູກ ຫລືຈະກໍ່ສ້າງຊົນຊາດໜຶ່ງຫລືອານາຈັກໜຶ່ງຂຶ້ນ
ພຣະອົງຕັ້ງໄວ້ເວລາສຳລັບເກີດ ແລະເວລາສຳລັບຕາຍ ເວລາສຳລັບປູກ ແລະເວລາສຳລັບຫລົກ
ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ປູກຝັງອິດສະຣາເອນ ແລະຢູດາ, ແຕ່ບັດນີ້ເຮົານາບຂູ່ພວກເຂົາດ້ວຍຄວາມຈິບຫາຍ. ພວກເຂົາໄດ້ນຳເອົາຄວາມຈິບຫາຍນີ້ມາສູ່ພວກເຂົາເອງຍ້ອນໄດ້ເຮັດຜິດ; ພວກເຂົາໄດ້ເຮັດໃຫ້ເຮົາໂກດຮ້າຍໂດຍຖວາຍບູຊາແກ່ພະບາອານ.”
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະສ້າງປະຊາຊົນເຮົາຂຶ້ນໃໝ່ ໃນດິນແດນຂອງເຂົາ ແລະຈະເມດຕາຕໍ່ທຸກໆບ້ານ ເຮົາຈະກໍ່ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຜາສາດຣາຊວັງກໍຈະຖືກສ້າງຂຶ້ນໃໝ່ຄືກັນ.
ເຮົາໄດ້ຄອຍເຝົ້າເພື່ອຖອນຮາກ, ຫລົກຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະຮື້ພວກເຂົາຖິ້ມສັນໃດ ເຮົາກໍຈະເບິ່ງແຍງເພື່ອປູກແລະກໍ່ສ້າງພວກເຂົາຂຶ້ນສັນນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ເປັນນະຄອນສຳລັບພຣະເຈົ້າຢາເວ ຄືຕັ້ງແຕ່ຫໍຄອຍຮານາເນນທາງທິດຕາເວັນຕົກຈົນເຖິງປະຕູແຈ.
ເຮົາຈະປົວແປງແລະກໍ່ສ້າງເຈົ້າຂຶ້ນໃໝ່ອີກເທື່ອໜຶ່ງ. ພວກເຈົ້າຈະຕີກອງ ແລະຟ້ອນລຳຢ່າງຊື່ນບານອີກເທື່ອໜຶ່ງ.
ເຮົາຈະເຮັດດີຕໍ່ພວກເຂົາດ້ວຍຄວາມເຕັມໃຈ ແລະເຮົາກໍຈະໃຫ້ພວກເຂົາຢູ່ໃນດິນແດນນີ້ຕະຫລອດໄປ.