7 ຖ້າເມື່ອໃດເຮົາກ່າວວ່າຈະຖອນ, ຈະທັບໃຫ້ແຕກ, ຫລືຈະທຳລາຍຊົນຊາດໃດຊົນຊາດໜຶ່ງ ຫລືອານາຈັກໃດອານາຈັກໜຶ່ງ
ພຣະເຈົ້າຢາເວຈຶ່ງເສຍໃຈຫລາຍທີ່ໄດ້ສ້າງພວກເຂົາ ແລະໃຫ້ພວກເຂົາຢູ່ເທິງແຜ່ນດິນໂລກ ພຣະອົງກິນແໜງໃຈຫລາຍ
ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.”
ບາງທີປະຊາຊົນຈະຟັງ ແລະຍອມເລີກເຮັດໃນທາງຊົ່ວກໍໄດ້. ຖ້າພວກເຂົາເລີກເຮັດ ເຮົາກໍຈະປ່ຽນຄວາມຕັ້ງໃຈກ່ຽວກັບແຜນການ ທີ່ຈະນຳການທຳລາຍມາສູ່ພວກເຂົາ ຍ້ອນການເຮັດຊົ່ວທັງໝົດຂອງພວກເຂົານັ້ນ.”
ເຮົາໄດ້ຄອຍເຝົ້າເພື່ອຖອນຮາກ, ຫລົກຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະຮື້ພວກເຂົາຖິ້ມສັນໃດ ເຮົາກໍຈະເບິ່ງແຍງເພື່ອປູກແລະກໍ່ສ້າງພວກເຂົາຂຶ້ນສັນນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
‘ຖ້າພວກເຈົ້າຢາກອາໄສຢູ່ໃນດິນແດນນີ້ຕໍ່ໄປແລ້ວ ເຮົາກໍຈະສ້າງພວກເຈົ້າຂຶ້ນ ແລະບໍ່ແມ່ນທຳລາຍພວກເຈົ້າລົງ; ເຮົາຈະປູກພວກເຈົ້າ ແລະຈະບໍ່ຫລົກພວກເຈົ້າຖິ້ມ. ການທຳລາຍທີ່ເຮົານຳມາສູ່ພວກເຈົ້ານັ້ນ ໄດ້ເຮັດໃຫ້ເຮົາມີຄວາມທຸກໃຈຫລາຍ.
ແຕ່ພຣະເຈົ້າຢາເວກ່າວຕໍ່ເຈົ້າວ່າ, ‘ເຮົາກຳລັງດຶງສິ່ງທີ່ເຮົາໄດ້ສ້າງຂຶ້ນນັ້ນລົງ ແລະຫລົກສິ່ງທີ່ເຮົາໄດ້ປູກໄວ້ນັ້ນຖິ້ມ. ເຮົາຈະກະທຳສິ່ງນີ້ແຫຼະ ແກ່ແຜ່ນດິນໂລກທັງໝົດ.
ເຮົາອາດຈະຕັກເຕືອນຄົນຊົ່ວຜູ້ໜຶ່ງວ່າລາວຈະຕ້ອງຕາຍ; ແຕ່ຖ້າລາວເຊົາເຮັດບາບແລະເຮັດໃນສິ່ງທີ່ຖືກຕ້ອງແລະດີງາມ
ແຕ່ໃນເວລາທີ່ເພິ່ນມີອຳນາດຍິ່ງໃຫຍ່ນັ້ນ ອານາຈັກຂອງເພິ່ນຈະແຕກແຍກ ແລະຈະຖືກແບ່ງອອກເປັນສີ່ສ່ວນ. ບັນດາກະສັດທີ່ບໍ່ໄດ້ສືບເຊື້ອສາຍມາຈາກເພິ່ນຈະປົກຄອງແທນເພິ່ນ, ແຕ່ພວກນີ້ຈະບໍ່ມີອຳນາດດັ່ງທີ່ເພິ່ນໄດ້ມີ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງສັງເກດເບິ່ງອານາຈັກທີ່ເຕັມໄປດ້ວຍການບາບ ແລະເຮົາຈະທຳລາຍມັນໃຫ້ໝົດໄປຈາກຜືນແຜ່ນດິນໂລກນີ້. ແຕ່ເຮົາຈະບໍ່ທຳລາຍຄອບຄົວທັງໝົດຂອງຢາໂຄບ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເມື່ອພຣະເຈົ້າເຫັນສິ່ງທີ່ພວກເຂົາໄດ້ເຮັດນັ້ນ; ພຣະອົງເຫັນວ່າພວກເຂົາເຊົາປະພຶດຊົ່ວ. ສະນັ້ນ ພຣະອົງຈຶ່ງປ່ຽນໃຈແລະບໍ່ລົງໂທດພວກເຂົາ ຕາມທີ່ພຣະອົງໄດ້ກ່າວຂູ່ໄວ້.
ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນເມືອງ ແລະຫລັງຈາກຍ່າງໄດ້ສາມວັນເຕັມ ເພິ່ນຈຶ່ງປະກາດວ່າ, “ໃນສີ່ສິບວັນ ເມືອງນີເນເວຈະຖືກທຳລາຍ.”