ເຢເຣມີຢາ 18:23 - ພຣະຄຳພີສັກສິ23 ຂ້າແດ່ພຣະເຈົ້າຢາເວ ພຣະອົງຮູ້ແຜນການຂອງພວກເຂົາທັງໝົດ ທີ່ຈະສັງຫານຂ້ານ້ອຍ. ຂໍຢ່າອະໄພຄວາມຜິດ ແລະຍົກໂທດໃຫ້ພວກເຂົາເລີຍ. ຈົ່ງເຮັດໃຫ້ພວກເຂົາລົ້ມລົງຢ່າງພ່າຍແພ້ ແລະຈັດການກັບພວກເຂົາດ້ວຍຄວາມໂກດຮ້າຍສາເຖີດ.” Uka jalj uñjjattʼäta |
ແລ້ວຂ້າພະເຈົ້າກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງເຂົ້າໃຈ. ຈົ່ງລະນຶກເຖິງຂ້ານ້ອຍແລະຊ່ວຍຊູຂ້ານ້ອຍດ້ວຍ. ໂຜດໃຫ້ຂ້ານ້ອຍໄດ້ແກ້ແຄ້ນພວກທີ່ຂົ່ມເຫັງຂ້ານ້ອຍເຖີດ. ຢ່າອົດທົນຕໍ່ພວກເຂົາຜູ້ທີ່ຫວັງຢາກຂ້າຂ້ານ້ອຍໃຫ້ໄດ້. ຈົ່ງລະນຶກວ່າ ການທີ່ຂ້ານ້ອຍໄດ້ຮັບການດູໝິ່ນນິນທານີ້ ກໍເພື່ອເຫັນແກ່ພຣະອົງ.
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.