Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 18:19 - ພຣະຄຳພີສັກສິ

19 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສະດັບ​ຮັບ​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ ແລະ​ຟັງ​ເລື່ອງ​ທີ່​ເຫຼົ່າ​ສັດຕູ​ກ່າວ​ຮ້າຍ​ໃສ່​ຂ້ານ້ອຍ​ແດ່ທ້ອນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 18:19
14 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫງ່ຽງ​ຫູ​ຟັງ, ຂ້າແດ່​ພຣະເຈົ້າຢາເວ ເວລາ​ນີ້​ຂໍ​ຫລຽວເບິ່ງ​ເຫດການ​ທີ່​ກຳລັງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ດ້ວຍ. ໂຜດ​ຟັງ​ຖ້ອຍຄຳ​ທັງໝົດ​ທີ່​ເຊັນນາເກຣິບ​ກຳລັງ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.


ພວກເຂົາ​ພະຍາຍາມ​ຂົ່ມຂູ່​ພວກເຮົາ​ໃຫ້​ຢ້ານກົວ ແລະ​ເຮັດ​ໃຫ້​ວຽກງານ​ຢຸດ​ສະງັກ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ ບັດນີ້ ໂຜດ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ດ້ວຍ​ເຖີດ.”


ພວກເຂົາ​ພາກັນ​ຢາກ​ສາບແຊ່ງ​ນິນທາ​ຂ້ານ້ອຍ ແຕ່​ພຣະອົງ​ຈະ​ອວຍພອນ​ແກ່​ຂ້ານ້ອຍ​ໄດ້. ຂໍ​ໃຫ້​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ພ່າຍແພ້​ໜີໄປ ແລະ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ​ເຖີດ.


ພວກເຂົາ​ຕໍ່ຕ້ານ​ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຮັກ​ພວກເຂົາ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ຢູ່​ບໍ່​ຂາດ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.


ຈົ່ງ​ຕັດສິນ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ສາ ພຣະເຈົ້າຢາເວ​ຮູ້​ເຖິງ​ຄວາມຜິດ​ທີ່​ມີ​ຕໍ່ສູ້​ຂ້ານ້ອຍ​ນັ້ນ.


ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ບໍ່ມີ​ເຫດຜົນ​ຫຍັງ​ທີ່​ຈະ​ເຍາະເຍີ້ຍ​ພວກເຮົາ. ພວກເຮົາ​ລົ້ມລົງ​ແຕ່​ຈະ​ລຸກຂຶ້ນ​ໃໝ່. ເວລາ​ນີ້​ພວກເຮົາ​ຢູ່​ໃນ​ຄວາມມືດ ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ສະຫວ່າງ​ແກ່​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka