ເຢເຣມີຢາ 18:18 - ພຣະຄຳພີສັກສິ18 ແລ້ວປະຊາຊົນກໍໄດ້ເວົ້າວ່າ, “ໃຫ້ພວກເຮົາກຳຈັດເຢເຣມີຢາສາເທາະ ພວກເຮົາມີພວກປະໂຣຫິດໃຫ້ຄຳແນະນຳ, ມີພວກນັກປາດໃຫ້ຄຳປຶກສາ ແລະມີພວກຜູ້ທຳນວາຍ ປະກາດຖ້ອຍຄຳຂອງພຣະເຈົ້າຢູ່ສະເໝີ. ໃຫ້ພວກເຮົາຫາເລື່ອງໃສ່ລາວ ແລະຢ່າຟັງສິ່ງທີ່ລາວເວົ້ານັ້ນ.” Uka jalj uñjjattʼäta |
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.