Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 18:15 - ພຣະຄຳພີສັກສິ

15 ແຕ່​ປະຊາຊົນ​ຂອງເຮົາ​ກັບ​ໄດ້​ລືມໄລ​ເຮົາ​ໄປ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ຮູບເຄົາຣົບ. ພວກເຂົາ​ຕ່າງ​ກໍໄດ້​ພາກັນ​ເຕະ​ສະດຸດ ຕາມ​ວິທີ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ນັ້ນ. ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທາງ​ເດີມ​ອີກ​ຕໍ່ໄປ ພວກເຂົາ​ແວ່​ໄປ​ຕາມ​ທາງ​ຊອຍ​ທີ່​ບໍ່ໄດ້​ຂີດໝາຍ​ໄວ້​ໃຫ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 18:15
35 Jak'a apnaqawi uñst'ayäwi  

ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.


ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.


ບັນດາ​ພະ​ບໍ່​ມີ​ຄ່າ​ເຫຼົ່ານີ້​ເຮັດ​ຫຍັງ​ບໍ່ໄດ້​ເລີຍ ເປັນ​ຮູບພະ​ທີ່​ອ່ອນແອ ແລະ​ຂາດ​ຣິດອຳນາດ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ໃຫ້​ປະຊາຊົນ​ຂອງເຮົາ​ກັບ​ມາ​ຫາ​ເຮົາ​ສາ. ຈົ່ງ​ຍົກຍ້າຍ​ສິ່ງ​ທີ່​ກີດຂວາງ​ທຸກຢ່າງ​ຈາກ​ທາງ​ຂອງ​ພວກເຂົາ ຈົ່ງ​ສ້າງ​ຖະໜົນ​ແລະ​ຕຽມ​ຫົນທາງ​ໃຫ້​ພ້ອມ​ເຖີດ.


ຊາວ​ເຢຣູຊາເລັມ​ເອີຍ ຈົ່ງ​ອອກ​ໄປ​ຈາກ​ນະຄອນ ແລະ​ສ້າງ​ທາງ​ສຳລັບ​ປະຊາຊົນ​ທີ່​ກຳລັງ​ກັບ​ມາ​ນັ້ນ. ຈົ່ງ​ຕຽມ​ທາງ​ຫລວງ​ໄວ້ ແລະ​ເກັບ​ຫີນ​ອອກ​ໃຫ້​ໝົດ ເຮັດ​ເຄື່ອງໝາຍ​ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້


ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”


ພວກເຂົາ​ໄດ້​ນຳພາ​ປະຊາຊົນ​ເຫຼົ່ານີ້​ໄປ​ໃນ​ທາງ​ຜິດ ແລະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ.


ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.


ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.


ແລ້ວ​ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ໄປ​ຮ້ອງໄຫ້ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ບັນດາ​ພະ​ທີ່​ພວກເຂົາ​ຖວາຍບູຊາ​ໃຫ້, ແຕ່​ພະ​ເຫຼົ່ານັ້ນ​ຈະ​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້​ເລີຍ ເມື່ອ​ໄພພິບັດ​ມາເຖິງ.


ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ພຣະເຈົ້າຢາເວ​ກ່າວ​ວ່າ ອັນນີ້ ຈະ​ແມ່ນ​ຊາຕາກຳ​ຂອງ​ເຈົ້າ ອັນນີ້ ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ກະທຳ​ຕໍ່​ເຈົ້າ ກໍ​ຍ້ອນ​ເຈົ້າ​ລືມໄລ​ພຣະອົງ​ໄປ​ແລະ​ໄວ້ວາງໃຈ​ໃນ​ຄວາມຕົວະ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ພູສູງ​ເລບານອນ​ນັ້ນ​ຂາດ​ຫິມະ​ຈັກເທື່ອ​ບໍ? ກະແສ​ນໍ້າ​ເຢັນໆ​ທີ່​ເທິງ​ພູ​ບົກແຫ້ງ​ຈັກເທື່ອ​ຫລື​ບໍ່?


ແລະ​ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ ເພື່ອ​ເຜົາ​ລູກໆ​ຂອງ​ພວກເຂົາ​ໃຫ້​ເປັນ​ເຄື່ອງ​ບູຊາ. ເຮົາ​ບໍ່ເຄີຍ​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້; ເລື່ອງ​ດັ່ງນີ້​ບໍ່ເຄີຍ​ມີ​ຢູ່​ໃນ​ຄວາມຄິດ​ຂອງເຮົາ​ເລີຍ.


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ມີ​ສຽງ​ໜຶ່ງ​ດັງ​ຂຶ້ນ​ເທິງ​ທີ່ສູງ​ທັງຫລາຍ ປະຊາຊົນ​ອິດສະຣາເອນ​ກຳລັງ​ຮ້ອງໄຫ້ ແລະ​ວອນຂໍ ເພາະ​ພວກເຂົາ​ໄດ້​ໃຊ້​ຊີວິດ​ໃນ​ການບາບ​ຂອງ​ພວກເຂົາ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ເປັນ​ພະ​ທີ່​ໄຮ້ປະໂຫຍດ ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ຈະ​ຖືກ​ທຳລາຍ​ໝົດ​ເມື່ອ​ເວລາ​ລົງໂທດ​ມາຮອດ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


ມັນ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ສູນເສຍ​ຄວາມ​ກ້າຫານ​ແລະ​ເຕະ​ສະດຸດ. ເຮົາ​ກຳລັງ​ນາບຂູ່​ເມືອງ​ຂອງ​ພວກເຂົາ​ດ້ວຍ​ດາບ​ດວງ​ໜຶ່ງ ເຫລື້ອມ​ດັ່ງ​ແສງຟ້າແມບ ແລະ​ຕຽມພ້ອມ​ທີ່​ຈະ​ສັງຫານ.


ດິນແດນ​ຈະ​ບໍ່​ຟັງ​ສຽງ​ຊົນຊາດ​ທັງຫລາຍ​ທີ່​ຫຍໍ້ຫຍັນ ຫລື​ເຫັນ​ປະຊາຊົນ​ທັງປວງ​ຫົວ​ເຍາະເຍີ້ຍ​ໃສ່​ຕົນ​ອີກ​ຕໍ່ໄປ. ດິນແດນ​ຈະ​ບໍ່​ສັງຫານ​ພວກ​ເດັກນ້ອຍ​ຂອງຕົນ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ເຮົາ​ໄດ້​ເອີ້ນ​ເອົາ​ລາວ​ຫລາຍ​ເທົ່າໃດ ລາວ​ກໍ​ຍິ່ງ​ຫັນໜີ​ຈາກ​ເຮົາ ໄປ​ຫລາຍ​ເທົ່ານັ້ນ. ປະຊາຊົນ​ຂອງເຮົາ​ໄດ້​ຖວາຍ​ສັດ​ບູຊາ​ແກ່​ພະບາອານ ແລະ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ.


ເຮົາ​ຈະ​ລົງໂທດ​ນາງ​ສຳລັບ​ເວລາ​ທີ່​ນາງ​ໄດ້​ລືມໄລ​ເຮົາ ຄື​ເມື່ອ​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ໃຫ້​ແກ່​ພະບາອານ ແລະ​ໃສ່​ເຄື່ອງ​ເພັດພອຍ​ໜີ​ຕາມ​ຄົນຮັກ​ໄປ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ກີດກັ້ນ​ນາງ​ດ້ວຍ​ພຸ່ມໜາມ ແລະ​ຈະ​ສ້າງ​ກຳແພງ​ຕັນ​ທາງ​ຂອງ​ນາງ​ໄວ້.


ແຕ່​ມາບັດນີ້ ບັນດາ​ປະໂຣຫິດ​ເອີຍ ພວກເຈົ້າ​ໄດ້​ຫັນໜ້າ​ໜີ​ຈາກ​ທາງ​ອັນ​ຊອບທຳ. ຄຳສັ່ງສອນ​ຂອງ​ພວກເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ເຮັດ​ຜິດ. ພວກເຈົ້າ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


ຜູ້ນັ້ນ​ຈຶ່ງ​ບໍ່​ຕ້ອງ​ນັບຖື​ພໍ່​ຂອງຕົນ. ການ​ທີ່​ພວກເຈົ້າ​ເຮັດ​ເຊັ່ນ​ນັ້ນ ກໍ​ເປັນ​ການ​ທຳລາຍ​ຄຸນຄ່າ​ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ, ເພື່ອ​ເຫັນ​ແກ່​ທຳນຽມ​ທີ່​ພວກເຈົ້າ​ສັ່ງສອນ​ຖ່າຍທອດ​ສືບຕໍ່​ກັນ​ມາ.


ການ​ທີ່​ຈະ​ບໍ່​ກິນ​ຊີ້ນ ຫລື​ດື່ມ​ເຫຼົ້າ ຫລື​ເຮັດ​ສິ່ງໃດໆ ຊຶ່ງ​ເປັນ​ເຫດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ​ໃຈ ກໍ​ເປັນ​ການ​ຖືກຕ້ອງ​ຢູ່​ແລ້ວ.


ໂດຍ​ຮູບເຄົາຣົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ແກ້ງເຮັດ​ໃຫ້​ເຮົາ​ໂມໂຫ ໂດຍ​ແກ້ງເຮັດ​ໃຫ້​ເຮົາ​ຫຶງຫວງ ຕໍ່​ສິ່ງ​ທີ່​ພວກເຂົາ​ເອີ້ນ​ວ່າ​ພະ​ຂອງ​ເຂົາເຈົ້າ​ນັ້ນ; ພະເກ້ໆ​ເຫຼົ່ານັ້ນ​ລ້ວນແຕ່​ເປັນ​ພະທຽມ ບໍ່ແມ່ນ​ພຣະເຈົ້າ​ແທ້​ຈັກດີ້. ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຊ້​ຊາດ​ໜຶ່ງ​ມາ​ເຮັດ​ໃຫ້ ພວກ​ເຂົາເຈົ້າ​ເກີດ​ໂມໂຫ; ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ອິດສາ ຊົນຊາດ​ເບົາ​ປັນຍານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka