14 ພູສູງເລບານອນນັ້ນຂາດຫິມະຈັກເທື່ອບໍ? ກະແສນໍ້າເຢັນໆທີ່ເທິງພູບົກແຫ້ງຈັກເທື່ອຫລືບໍ່?
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຖາມທຸກຊົນຊາດ ວ່າເຫດການເຊັ່ນນີ້ເຄີຍເກີດຂຶ້ນກັບພວກເຂົາຫລືບໍ່? ສິ່ງທີ່ປະຊາຊົນອິດສະຣາເອນໄດ້ພາກັນກະທຳ ເປັນສິ່ງໜ້າຢ້ານກົວຫລາຍ ແລະພີລຶກແທ້ໆ
ແຕ່ປະຊາຊົນຂອງເຮົາກັບໄດ້ລືມໄລເຮົາໄປ ພວກເຂົາໄດ້ເຜົາເຄື່ອງຫອມບູຊາແກ່ຮູບເຄົາຣົບ. ພວກເຂົາຕ່າງກໍໄດ້ພາກັນເຕະສະດຸດ ຕາມວິທີທາງທີ່ພວກເຂົາເດີນໄປນັ້ນ. ພວກເຂົາບໍ່ໄດ້ເຮັດຕາມທາງເດີມອີກຕໍ່ໄປ ພວກເຂົາແວ່ໄປຕາມທາງຊອຍທີ່ບໍ່ໄດ້ຂີດໝາຍໄວ້ໃຫ້.
ຝ່າຍຊີໂມນເປໂຕໄດ້ຕອບພຣະອົງວ່າ, “ພຣະອົງເຈົ້າເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິຣັນດອນ.