Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 18:13 - ພຣະຄຳພີສັກສິ

13 ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຖາມ​ທຸກ​ຊົນຊາດ ວ່າ​ເຫດການ​ເຊັ່ນນີ້​ເຄີຍ​ເກີດຂຶ້ນ​ກັບ​ພວກເຂົາ​ຫລື​ບໍ່? ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ກະທຳ ເປັນ​ສິ່ງ​ໜ້າຢ້ານກົວ​ຫລາຍ ແລະ​ພີລຶກ​ແທ້ໆ

Uka jalj uñjjattʼäta Copia luraña




ເຢເຣມີຢາ 18:13
14 Jak'a apnaqawi uñst'ayäwi  

ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ກໍ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ໄປ​ລາຍງານ​ສິ່ງ​ທີ່​ຂ້າຣາຊການ​ແຫ່ງ​ອັດຊີເຣຍ​ໄດ້​ເວົ້າ​ນັ້ນ​ສູ່​ກະສັດ​ຟັງ.


ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ​ແລະ​ເຄີຍ​ໄດ້ຍິນ​ເຊັ່ນນີ້​ມາ​ແດ່​ບໍ? ມີ​ຊົນຊາດ​ໃດ​ແດ່​ທີ່​ເກີດຂຶ້ນ​ມາ​ໄດ້​ພຽງ​ມື້​ດຽວ? ພູເຂົາ​ຊີໂອນ​ຈະ​ບໍ່​ຕ້ອງ​ທົນທຸກ​ດົນນານ ກ່ອນ​ຈະ​ເປັນ​ຊົນຊາດ​ໜຶ່ງ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ບອກ​ປະຊາຊົນ ເຖິງ​ຄວາມ​ເສຍໃຈ​ຂອງ​ຂ້າພະເຈົ້າ​ວ່າ: “ຂໍ​ໃຫ້​ນໍ້າຕາ​ຂອງ​ຂ້ານ້ອຍ​ໄຫລຫລັ່ງ​ທັງເວັນ​ທັງຄືນ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເຊົາ​ຮ້ອງໄຫ້​ຈັກເທື່ອ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ​ໜັກ ບາດແຜ​ຂອງ​ພວກເຂົາ​ກໍ​ໜັກໜ່ວງ​ແທ້ໆ.


ພູສູງ​ເລບານອນ​ນັ້ນ​ຂາດ​ຫິມະ​ຈັກເທື່ອ​ບໍ? ກະແສ​ນໍ້າ​ເຢັນໆ​ທີ່​ເທິງ​ພູ​ບົກແຫ້ງ​ຈັກເທື່ອ​ຫລື​ບໍ່?


ແຕ່​ຜູ້ທຳນວາຍ​ຊາວ​ເຢຣູຊາເລັມ​ເຮັດ​ຊົ່ວ ໂດຍ​ມົວ​ຫລິ້ນຊູ້​ເວົ້າ​ຕົວະຍົວະ​ຜິດ​ຊາຍຍິງ; ພວກເຂົາ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ໄປ​ໃນ​ທາງ​ຜິດ ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ​ໄດ້. ສຳລັບ​ເຮົາ​ແລ້ວ​ພວກເຂົາ​ຊົ່ວຊ້າ​ກັນ​ທັງໝົດ ເທົ່າ​ກັບ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ພຸ້ນ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ເຫດການ​ທີ່​ໜ້າຢ້ານ ແລະ​ຕົກໃຈ​ໄດ້​ເກີດຂຶ້ນ​ໃນ​ດິນແດນ​ນີ້​ແລ້ວ


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຫົວເຍີ້ຍ​ທະຫານ​ຂອງຂ້ອຍ​ທັງໝົດ ສົ່ງ​ກອງທັບ​ມາ​ທຳລາຍ​ພວກ​ຊາຍໜຸ່ມ​ຂອງຂ້ອຍ. ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢຽບຢໍ່າ​ປະຊາຊົນ​ຂອງຂ້ອຍ​ລົງ ດັ່ງ​ໝາກອະງຸ່ນ​ຢູ່​ໃນ​ໂຮງ​ບີບ​ເຫຼົ້າ​ອະງຸ່ນ​ນັ້ນ.


ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.


ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເພງ​ໄວ້​ອາໄລ​ທີ່​ເຮົາ​ຮ້ອງ​ສູ່​ພວກເຈົ້າ​ຟັງ​ດັ່ງ​ຕໍ່ໄປນີ້:


ອິດສະຣາເອນ ສາວ​ບໍຣິສຸດ​ໄດ້​ລົ້ມລົງ​ແລ້ວເດ ນາງ​ຈະ​ລຸກ​ຂຶ້ນ​ມາ​ບໍ່ໄດ້​ອີກ​ຈັກເທື່ອ ນາງ​ຖືກ​ປະປ່ອຍ​ໃຫ້​ນອນ​ຢຽດຢູ່​ກັບ​ພື້ນດິນ ແລະ​ບໍ່ມີ​ຜູ້ໃດ​ຈະ​ຊ່ວຍເຫຼືອ​ນາງ​ໃຫ້​ລຸກ​ຂຶ້ນ.


ມີ​ຂ່າວ​ເລົ່າລື​ກັນ​ທົ່ວ​ໄປ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ນັ້ນ, ມີ​ການ​ຜິດ​ຊາຍຍິງ​ອັນ​ໜັກໜ່ວງ​ຫລາຍ ແມ່ນແຕ່​ໃນ​ພວກ​ຕ່າງຊາດ ກໍ​ບໍ່ເຄີຍ​ມີ​ເລີຍ ຄື​ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ເອົາ​ແມ່ນ້າ​ຂອງຕົນ​ມາ​ເປັນ​ເມຍ


ພວກເຂົາ​ຈຶ່ງ​ຢ້ານກົວ ແລະ​ເວົ້າ​ວ່າ, “ມີ​ພຣະ​ຕົນ​ໜຶ່ງ​ມາ​ຢູ່​ໃນ​ຄ້າຍ​ຂອງ​ພວກເຂົາ​ແລ້ວ. ບັດນີ້ ພວກເຮົາ​ຈະ​ຕ້ອງ​ເສຍໄຊ​ເປັນ​ແນ່ ເພາະ​ບໍ່ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດຂຶ້ນ​ກັບ​ພວກເຮົາ​ມາ​ກ່ອນ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka