ເຢເຣມີຢາ 18:12 - ພຣະຄຳພີສັກສິ12 ພວກເຂົາຈະຕອບວ່າ, ‘ບໍ່ເປັນຫຍັງພວກເຮົາຕ້ອງເຮັດເຊັ່ນນັ້ນ? ພວກເຮົາທຸກຄົນຈະດື້ດ້ານແລະເຮັດຊົ່ວຊ້າຕາມໃຈຂອງພວກເຮົາຕໍ່ໄປ.”’ Uka jalj uñjjattʼäta |
ກິ່ນຫອມຫວນຂອງເຄື່ອງຖວາຍນີ້ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍຊົງກ່າວວ່າ, “ເຮົາຈະບໍ່ໃຫ້ແຜ່ນດິນໂລກຕົກຢູ່ໃຕ້ຄຳສາບແຊ່ງອີກຈັກເທື່ອ ຍ້ອນສິ່ງທີ່ມະນຸດກະທຳ; ເຮົາຮູ້ວ່າ ແຕ່ເວລາມະນຸດຍັງນ້ອຍ ຄວາມຄິດຂອງເຂົາກໍຊົ່ວຢູ່ແລ້ວ. ເຮົາຈະບໍ່ທຳລາຍສິ່ງທີ່ມີຊີວິດ ເໝືອນດັ່ງທີ່ເຮົາໄດ້ທຳລາຍໃນຄັ້ງນີ້ອີກຈັກເທື່ອ.
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.