Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 18:11 - ພຣະຄຳພີສັກສິ

11 ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 18:11
40 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ສັບສົນ​ແຕກຕ່າງ​ກັນ ແລະ​ພວກເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ.”


ແລ້ວ​ມີກາອີຢາ​ກໍ​ເວົ້າ​ມ້ວນທ້າຍ​ວ່າ, “ເຫດການ​ກໍ​ເປັນ​ຢ່າງນີ້​ແຫລະ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ​ເວົ້າຕົວະ​ຕໍ່​ທ່ານ. ແຕ່​ພຣະເຈົ້າຢາເວ​ເອງ​ໄດ້​ປະກາດ​ວ່າ, ‘ທ່ານ​ຈະ​ປະສົບ​ກັບ​ໄພພິບັດ.”’


ພຣະເຈົ້າຢາເວ​ໄດ້​ສົ່ງ​ພວກ​ຜູ້ທຳນວາຍ ແລະ​ຜູ້​ທີ່​ໄດ້​ຮັບ​ນິມິດ​ໃຫ້​ໄປ​ເຕືອນ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ​ວ່າ, “ຈົ່ງ​ປະຖິ້ມ​ຄວາມ​ປະພຶດ​ຊົ່ວ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ມີ​ຢູ່​ໃນ​ກົດບັນຍັດ​ທີ່​ເຮົາ​ໄດ້​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ.”


“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ແທນ​ເຮົາ ແລະ​ປະຊາຊົນ​ຊາວ​ຢູດາ​ທຸກຄົນ ກ່ຽວກັບ​ຄຳສັ່ງສອນ​ໃນ​ປື້ມນີ້. ພຣະເຈົ້າຢາເວ​ໂກດຮ້າຍ​ພວກເຮົາ ເພາະ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມນີ້.”


ກະສັດ​ບອກ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ຖື​ຈົດໝາຍ​ນີ້​ໄປ​ໃຫ້​ເພິ່ນ.” ດັ່ງນັ້ນ ນາອາມານ​ຈຶ່ງ​ໄດ້​ນຳ​ເອົາ​ເງິນ​ສາມສິບພັນ​ແທ່ງ, ຄຳ​ຫົກພັນ​ແທ່ງ, ພ້ອມ​ທັງ​ເຄື່ອງນຸ່ງ​ທີ່​ສວຍງາມ​ສິບ​ຊຸດ ແລະ​ອອກ​ເດີນທາງ​ໄປ.


ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.


ຄົນ​ຊອບທຳ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຫລື​ເອົາໃຈໃສ່​ເລີຍ, ແຕ່​ເມື່ອ​ເຂົາ​ຕາຍໄປ​ນັ້ນ ບໍ່ມີ​ໂພຍໄພ​ອັນໃດ​ຈະ​ທຳຮ້າຍ​ເຂົາ​ໄດ້.


ສະນັ້ນ ເຮົາ​ຄື​ພຣະເຈົ້າຢາເວ​ຈຶ່ງ​ເຕືອນ​ພວກເຂົາ​ວ່າ ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ພວກເຂົາ​ຈະ​ຫລົບຫລີກ​ໜີໄປ​ບໍ່ໄດ້. ເມື່ອ​ພວກເຂົາ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.


ຂ້າພະເຈົ້າ​ເປັນ​ດັ່ງ​ລູກແກະ​ຄຳຮູ້​ໂຕໜຶ່ງ​ທີ່​ຖືກ​ນຳ​ອອກ​ໄປ​ຂ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່​ຮູ້​ເລີຍ​ວ່າ​ພວກເຂົາ​ຄິດ​ແຜນຮ້າຍ​ນັ້ນ ເພື່ອ​ຕໍ່ສູ້​ຂ້າພະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ໃຫ້​ປໍ້າ​ກົກໄມ້​ລົງ​ສາ ໃນ​ຂະນະທີ່​ມັນ​ຍັງ​ແຂງແຮງ​ດີ; ໃຫ້​ຂ້າ​ມັນ​ເສຍ​ເພື່ອ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ​ອີກ​ຕໍ່ໄປ.”


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”


ແລະ​ຈົ່ງ​ກ່າວ​ວ່າ, “ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ດັ່ງກ່າວ​ນັ້ນ​ມາ​ສູ່​ບ່ອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ໄດ້ຍິນ​ແລ້ວ​ກໍ​ຈະ​ງົງ.


ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ວ່າ,


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


ແຕ່​ບັດນີ້ ພວກທ່ານ​ຕ້ອງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ຄວາມ​ປະພຶດ ແລະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ. ຖ້າ​ພວກທ່ານ​ຍອມ​ເຊື່ອຟັງ ພຣະເຈົ້າຢາເວ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ການທຳລາຍ ຊຶ່ງ​ພຣະອົງ​ໄດ້​ກ່າວ​ວ່າ​ຈະ​ນຳ​ມາ​ສູ່​ພວກທ່ານ.


ບາງທີ​ປະຊາຊົນ​ຈະ​ຟັງ ແລະ​ຍອມເລີກ​ເຮັດ​ໃນ​ທາງຊົ່ວ​ກໍໄດ້. ຖ້າ​ພວກເຂົາ​ເລີກ​ເຮັດ ເຮົາ​ກໍ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ແຜນການ ທີ່​ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ ຍ້ອນ​ການ​ເຮັດຊົ່ວ​ທັງໝົດ​ຂອງ​ພວກເຂົາ​ນັ້ນ.”


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ຖ້າ​ພວກເຈົ້າ​ຢາກ​ຈະ​ກັບຄືນ​ມາ ກໍ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເທີ້ນ. ຖ້າ​ພວກເຈົ້າ​ໂຍນ​ຮູບເຄົາຣົບ​ທີ່​ເຮົາ​ກຽດຊັງ​ຖິ້ມ ແລະ​ສັດຊື່​ຕໍ່​ເຮົາ


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ຂ້ານ້ອຍ​ຈ້ອງ​ຕາ​ເບິ່ງ​ແຜ່ນດິນ​ໂລກ ເຫັນ​ເປັນ​ທີ່​ຮ້າງ​ຫວ່າງເປົ່າ​ທັງໝົດ ແລະ​ແນມເບິ່ງ​ຟ້າ​ສະຫວັນ​ກໍ​ບໍ່​ເຫັນ ແສງ​ສະຫວ່າງ​ໃດໆ​ທັງສິ້ນ.


ຈົ່ງ​ໃຫ້​ສັນຍານ​ໄພ​ແກ່​ບ່ອນ​ໃກ້ໆ​ພູເຂົາ​ຊີໂອນ ຈົ່ງ​ແລ່ນ​ໜີ​ໄປ​ໃຫ້​ປອດໄພ ຢ່າ​ຊັກຊ້າ, ເຮົາ​ກຳລັງ​ນຳ​ໄພພິບັດ​ມາ ການທຳລາຍ​ອັນ​ໃຫຍ່​ມາ​ແຕ່​ທິດເໜືອ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ການກະທຳ​ຂອງ​ພວກເຈົ້າ​ສາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ບ່ອນ​ນີ້.


ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຖາມ​ວ່າ, “ເຈົ້າ​ຄິດ​ວ່າ​ເຮົາ​ດີໃຈ​ບໍ​ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ຕາຍໄປ? ບໍ່ແມ່ນ​ດອກ ເຮົາ​ຈະ​ດີໃຈ​ຫລາຍກວ່າ ທີ່​ເຫັນ​ຄົນ​ບາບ​ຜູ້ໜຶ່ງ​ກັບໃຈ​ແລະ​ມີ​ຊີວິດ​ຢູ່.


ປະຊາຊົນ​ທຸກຄົນ ແລະ​ສັດ​ທຸກ​ໂຕ ຕ້ອງ​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ. ທຸກຄົນ​ຕ້ອງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ ແລະ​ຕ້ອງ​ເລີກ​ປະພຶດ​ການຊົ່ວ​ແລະ​ເຊົາ​ເຮັດ​ການ​ໂຫດຮ້າຍ​ຂອງຕົນ​ສາ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກຳລັງ​ວາງແຜນ​ນຳ​ໄພພິບັດ​ມາ​ສູ່​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຫລົບຫລີກ​ໄປ​ບໍ່ໄດ້. ພວກເຈົ້າ​ກຳລັງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກ​ເຈົ້າເອງ ແລະ​ຕໍ່ໄປ ພວກເຈົ້າ​ຈະ​ບໍ່ໄດ້​ຍ່າງ​ຢ່າງ​ອວດອົ່ງ​ທະນົງ​ຕົວ​ອີກ​ຕໍ່ໄປ.


ແລະ​ບອກ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ຈົ່ງ​ກັບຄືນ​ມາ​ຫາ​ເຮົາ,’ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວວ່າ ‘ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ.’ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ກ່ອນ​ອື່ນ ຂ້ານ້ອຍ​ໄດ້​ປະກາດ​ແກ່​ປະຊາຊົນ​ຢູ່​ໃນ​ເມືອງ​ດາມັສກັດ ແລະ​ຕໍ່ມາ ໃນ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ທົ່ວ​ເຂດ​ແຂວງ​ຢູດາຍ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ ໂດຍ​ຮຽກຮ້ອງ​ພວກເຂົາ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່, ຫັນ​ມາ​ຫາ​ພຣະເຈົ້າ ແລະ​ປະພຶດ​ຕົນ​ສົມ​ກັບ​ການ​ກັບ​ໃຈ​ໃໝ່.


ດັ່ງນັ້ນ ເຈົ້າ​ທັງຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້ນີ້​ຫລື​ມື້ອື່ນ ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງນັ້ນ​ເມືອງນີ້ ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ໜຶ່ງ ແລະ​ຈະ​ຄ້າຂາຍ​ເອົາ​ກຳໄລ.”


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka