Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:8 - ພຣະຄຳພີສັກສິ

8 ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ເກີດ​ໃກ້​ແຄມ​ລຳທານ ຢັ່ງຮາກ​ລົງ​ດູດ​ນໍ້າ​ຕາມ​ລຳທານ​ນັ້ນ. ພວກເຂົາ​ຈະ​ບໍ່​ຢ້ານ​ເມື່ອ​ອາກາດ​ຮ້ອນ​ພັດ​ຜ່ານ​ມາ ເພາະ​ໃບ​ກໍ​ດົກ ແລະ​ຂຽວ​ຢູ່​ເລື້ອຍໆ; ມັນ​ຈະ​ບໍ່​ເດືອດຮ້ອນ​ເມື່ອ​ບໍ່ມີ​ຝົນ​ຕົກ ຈະ​ສືບຕໍ່​ເກີດດອກ​ອອກຜົນ​ຢູ່​ຢ່າງນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:8
12 Jak'a apnaqawi uñst'ayäwi  

ຂ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ຮາກ​ມີ​ນໍ້າ​ລໍ່ລ້ຽງ​ສະເໝີ ຊຶ່ງ​ກິ່ງກ້ານ​ທັງຫລາຍ​ກໍ​ຊຸ່ມຊື່ນ​ດ້ວຍ​ນໍ້າ​ຄ້າງ.


ຄົນຊົ່ວ​ງອກ​ຂຶ້ນ​ດັ່ງ​ຕົ້ນຫຍ້າ​ໃຕ້​ແສງ​ຕາເວັນ ດັ່ງ​ຕົ້ນຫຍ້າ​ແຜ່​ຂະຫຍາຍ​ທົ່ວ​ທັງສວນ​ນັ້ນ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.


ຜູ້​ທີ່​ເພິ່ງ​ໃນ​ຊັບສົມບັດ​ຂອງຕົນ​ນັ້ນ ຈະ​ຖືກ​ທຳລາຍ​ດັ່ງ​ໃບໄມ້​ຫລົ່ນ​ໃນ​ລະດູຮ້ອນ ແຕ່​ຜູ້​ທີ່​ຊອບທຳ​ຈະ​ຈະເລີນ​ຮຸ່ງເຮືອງ​ດັ່ງ​ໃບໄມ້​ຂຽວ​ອຸ່ມຊຸ່ມ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ປອດໄພ ແລະ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຂ້າ. ເຈົ້າ​ຈະ​ປົບໜີ​ເອົາ​ຊີວິດ​ລອດ ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.”’


ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.


ແຕ່ລະ​ຟາກ​ຂອງ​ລຳນໍ້າ​ນັ້ນ​ຈະ​ມີ​ຕົ້ນໄມ້​ທຸກ​ຊະນິດ ເກີດຂຶ້ນ​ເພື່ອ​ເປັນ​ອາຫານ. ໃບ​ຂອງ​ຕົ້ນໄມ້​ເຫຼົ່ານີ້​ຈະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ ແລະ​ຕົ້ນໄມ້​ນັ້ນ​ຈະ​ບໍ່​ຢຸດ​ເກີດ​ໝາກ​ຈັກເທື່ອ. ຕົ້ນໄມ້​ເຫຼົ່ານີ້​ຈະ​ໃຫ້​ໝາກໄມ້​ສົດ​ແຕ່ລະ​ເດືອນ ເພາະ​ໄດ້​ຮັບ​ນໍ້າ​ລໍ່ລ້ຽງ ທີ່​ໄຫລ​ມາ​ຈາກ​ພຣະວິຫານ. ຕົ້ນໄມ້​ຕ່າງໆ​ຈະ​ໃຫ້​ໝາກໄມ້​ເປັນ​ອາຫານ ແລະ​ໃບ​ຂອງ​ມັນ​ກໍ​ຈະ​ຖືກ​ນຳ​ມາ​ເພື່ອ​ໃຊ້​ໃນ​ການ​ປິ່ນປົວ​ຄົນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka