Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:7 - ພຣະຄຳພີສັກສິ

7 ແຕ່​ຜູ້ໃດ​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ໄດ້​ຮັບ​ພຣະພອນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:7
16 Jak'a apnaqawi uñst'ayäwi  

ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ເປັນ​ດັ່ງ​ພູເຂົາ​ຊີໂອນ ທີ່​ບໍ່ມີ​ຫຍັງ​ເຮັດ​ໃຫ້​ສະເທືອນ ແລະ​ເຄື່ອນຍ້າຍ​ໄດ້.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຂອງ​ຢາໂຄບ​ຊ່ວຍເຫຼືອ ຜູ້​ທີ່​ເພິ່ງ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ຈະ​ລົ້ມ​ຍ້ອນ​ເຕະ​ສະດຸດ ແຕ່​ພວກເຮົາ​ຈະ​ລຸກຢືນ​ຂຶ້ນ​ຢ່າງ​ໜັກແໜ້ນ.


ຈົ່ງ​ພິສູດ​ດ້ວຍ​ຕົນເອງ​ເຖີດ​ວ່າ​ພຣະເຈົ້າຢາເວ​ດີ​ສໍ່າໃດ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ປອດໄພ​ຢູ່​ໃນ​ພຣະເຈົ້າ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ບໍ່​ຫັນ​ໄປ​ຫາ​ຮູບເຄົາຣົບ​ຫລື​ຮ່ວມ​ຂາບໄຫວ້​ພະທຽມ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າຢາເວ​ເອີຍ ຂ້ານ້ອຍ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ ຂ້ານ້ອຍ​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ຄົນໜຸ່ມ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ຄຳ​ບອກສອນ ແລະ​ເຈົ້າ​ຈະ​ສຳເລັດຜົນ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ມີ​ຄວາມສຸກ.


ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ປອດໄພ ແລະ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຂ້າ. ເຈົ້າ​ຈະ​ປົບໜີ​ເອົາ​ຊີວິດ​ລອດ ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.”’


ກະສັດ​ເນບູ​ກາດເນັດຊາ​ໄດ້​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ລົງ​ມາ​ຊ່ວຍກູ້​ເອົາ​ຊາຍ​ເຫຼົ່ານີ້​ທີ່​ຮັບໃຊ້ ແລະ​ໄວ້ວາງໃຈ​ໃນ​ພຣະອົງ. ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກຕົນ ແທນທີ່​ຈະ​ກົ້ມ​ລົງ ແລະ​ຂາບໄຫວ້​ພະ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຕົນເອງ.


ເຮົາ​ຈະ​ປ່ອຍ​ປະຊາຊົນ​ໃຫ້​ຢູ່​ໃນ​ທີ່ນັ້ນ ຄື​ຜູ້​ຕໍ່າຕ້ອຍ​ແລະ​ຖ່ອມໃຈ​ລົງ ພວກເຂົາ​ຈະ​ສະແຫວງຫາ​ທີ່ລີ້ໄພ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ.


ພວກເຮົາ​ເປັນ​ຄົນ​ຜູ້​ທຳອິດ ທີ່​ມີ​ຄວາມຫວັງ​ໃນ​ພຣະຄຣິດ ໄດ້​ຮັບ​ການ​ກຳນົດ​ແລະ​ແຕ່ງຕັ້ງ ໃຫ້​ຖວາຍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka