ເຢເຣມີຢາ 17:6 - ພຣະຄຳພີສັກສິ6 ພວກເຂົາເປັນດັ່ງພຸ່ມໄມ້ໃນຖິ່ນແຫ້ງແລ້ງກັນດານ ທີ່ໃຫຍ່ຂຶ້ນໃນດິນແດນເປົ່າປ່ຽວແລະແຫ້ງແລ້ງ ເທິງພື້ນດິນເຄັມທີ່ບໍ່ມີຫຍັງເກີດຂຶ້ນມາ ບໍ່ມີສິ່ງດີຫຍັງເກີດຂຶ້ນມາແກ່ພວກເຂົາ. Uka jalj uñjjattʼäta |
ນີ້ແມ່ນພຣະເຈົ້າຢາເວກ່າວຄື: ເຮົາຈະລົງໂທດເຊມາອີຢາຊາວເນເຮລາມກັບເຊື້ອສາຍຂອງລາວ ລາວຈະບໍ່ມີເຊື້ອສາຍຈັກຄົນດຽວອາໄສຢູ່ໃນທ່າມກາງພວກເຈົ້າ. ລາວຈະບໍ່ມີຊີວິດຢູ່ໄດ້ເຫັນສິ່ງດີທັງຫລາຍ ຊຶ່ງເຮົາຈະເຮັດສຳລັບປະຊາຊົນຂອງເຮົາ, ເພາະລາວໄດ້ສອນພວກເຂົາໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”