Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:5 - ພຣະຄຳພີສັກສິ

5 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນໃດ​ທີ່​ວາງໃຈ​ໃນ​ມະນຸດ ແລະ​ວາງໃຈ​ໃນ​ກຳລັງ​ຂອງ​ຕົນ ແລະ​ໃຈ​ຂອງຕົນ​ຫັນໜີ​ໄປ​ຈາກ​ພຣະເຈົ້າຢາເວ ຄົນນັ້ນ​ກໍ​ເປັນ​ທີ່​ສາບແຊ່ງ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:5
16 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ​ທີ່​ອາສາ​ເປັນ​ກະສັດ, ເພິ່ນ​ໄດ້​ເປັນ​ລ່ອຍ​ເພາະ​ເກີດ​ພະຍາດ​ຢ່າງ​ຮ້າຍແຮງ​ທີ່​ຕີນ, ແຕ່ເຖິງປານນັ້ນ ເພິ່ນ​ບໍ່ໄດ້​ຫັນ​ມາ​ຫາ​ພຣະເຈົ້າຢາເວ, ແຕ່​ຫັນ​ໄປ​ຫາ​ໝໍ​ໃຫ້​ປິ່ນປົວ.


ພວກເຂົາ​ມີ​ອຳນາດ​ຂອງ​ມະນຸດ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຊ່ວຍເຫຼືອ ແລະ​ຕໍ່ສູ້​ເພື່ອ​ພວກເຮົາ.” ເມື່ອ​ໄດ້ຍິນ​ຖ້ອຍຄຳ​ທີ່​ກະສັດ​ຂອງ​ພວກເຂົາ​ກ່າວ ປະຊາຊົນ​ກໍ​ມີ​ກຳລັງໃຈ​ຂຶ້ນ.


ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຫລອນ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.


ຢ່າ​ເຊື່ອໝັ້ນ​ຕາຍໃຈ​ໃນ​ມະນຸດ​ທີ່​ຕາຍເປັນ. ພວກເຂົາ​ມີ​ຄ່າ​ຫຍັງ​ແດ່?


ພວກໃດ​ທີ່​ໄວ້ວາງໃຈ​ປະເທດ​ເອທີໂອເປຍ ແລະ​ເວົ້າ​ອວດ​ໃຫ້​ແກ່​ປະເທດ​ເອຢິບ ພວກນັ້ນ​ກໍ​ຈະ​ຮູ້​ເມື່ອ​ວ່າ​ຕົນ​ຄິດ​ຜິດ​ໄປ​ສາ​ແລ້ວ ຄື​ຄວາມຫວັງ​ຂອງ​ພວກເຂົາ​ໄດ້​ແຕກ​ສະຫລາຍໄປ.


ທ່ານ​ຫວັງ​ຈະ​ໃຫ້​ເອຢິບ​ຊ່ວຍເຫລືອ, ແຕ່​ຈະ​ເປັນ​ດັ່ງ​ໃຊ້​ໄມ້ອໍ້​ແທນ​ໄມ້ເທົ້າ ມັນ​ຈະ​ຫັກ ແລະ​ແທງ​ມື​ທ່ານ​ລ້າໆ. ຄົນໃດ​ທີ່​ເພິ່ງພາ​ກະສັດ​ປະເທດ​ເອຢິບ​ຈະ​ເປັນ​ດັ່ງນັ້ນແຫລະ.”


ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສາບແຊ່ງ​ທຸກໆ​ຄົນ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ພັນທະສັນຍາ​ນີ້.


ບ່ອນ​ທີ່​ພວກເຂົາ​ຈະ​ໃຊ້​ຊີວິດ​ຢູ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ລະນຶກເຖິງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ຮັບ​ການ​ອັບອາຍ​ຂາຍໜ້າ ກໍ​ເພາະ​ຈິດໃຈ​ທີ່​ຂາດ​ຄວາມເຊື່ອ​ຈຶ່ງ​ພາ​ໃຫ້​ຫ່າງເຫີນ​ຈາກ​ເຮົາ​ໄປ ແລະ​ພວກເຂົາ​ຮັກ​ຮູບເຄົາຣົບ​ຫລາຍກວ່າ​ຮັກ​ເຮົາ. ພວກເຂົາ​ຈະ​ກຽດຊັງ​ຕົນເອງ ເພາະ​ຄວາມ​ຊົ່ວຊ້າ ແລະ​ສິ່ງ​ເສື່ອມເສຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເຮັດ.


ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka