Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:24 - ພຣະຄຳພີສັກສິ

24 ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຕ້ອງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ເຂົ້າ​ໄປ​ໃນ​ປະຕູ​ຕ່າງໆ​ຂອງ​ນະຄອນ​ນີ້​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ຕ້ອງ​ຢຶດຖື​ວັນ​ຊະບາໂຕ ເປັນ​ວັນ​ສັກສິດ ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ໃນວັນນີ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:24
11 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ຈົ່ງ​ຖື​ວັນ​ຊະບາໂຕ ແລະ​ຢຶດຖື​ໄວ້​ເປັນ​ວັນ​ສັກສິດ.


ຖ້າ​ລາວ​ເຫັນ​ຄົນ​ກຳລັງ​ຂີ່​ມ້າ​ຄຽງຄູ່​ກັນ​ມາ ພ້ອມ​ທັງ​ມີ​ຄົນ​ຂີ່​ລໍ​ແລະ​ຂີ່​ອູດ ລາວ​ຈະ​ຕ້ອງ​ສັງເກດ​ເບິ່ງ​ພວກເຂົາ​ຢ່າງ​ລະມັດ​ລະວັງ.”


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ຈົ່ງ​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ ເພື່ອ​ວ່າ​ວັນ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ​ທີ່​ສອງ​ຝ່າຍ​ໄດ້​ເຮັດ​ຕໍ່ກັນ ແລະ​ວັນ​ນັ້ນ​ຈະ​ເຕືອນ​ພວກເຈົ້າ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຜູ້​ທີ່​ຢູ່​ຫ່າງໄກ​ກໍ​ຈະ​ມາ​ຊ່ວຍ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່. ແລະ​ເມື່ອ​ສ້າງ​ຂຶ້ນ​ໃໝ່​ແລ້ວ ພວກເຈົ້າ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ. ເຫດການ​ທັງໝົດ​ນີ້​ຈະ​ເກີດຂຶ້ນ​ແທ້ ຖ້າ​ພວກເຈົ້າ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ.


ສະນັ້ນ ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ.


ຈົ່ງ​ເຊື່ອຟັງ​ຢ່າງ​ສັດຊື່​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຈົ່ງ​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ສັ່ງ ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka