ເຢເຣມີຢາ 17:23 - ພຣະຄຳພີສັກສິ23 ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ແລະພວກເຂົາກໍບໍ່ໄດ້ເອົາໃຈໃສ່ຕໍ່ວັນນີ້ ແຕ່ພວກເຂົາຊໍ້າພັດດື້ດ້ານ, ບໍ່ຍອມເຊື່ອຟັງ ທັງບໍ່ຍອມຮຽນຮູ້ຈາກເຮົາດ້ວຍ. Uka jalj uñjjattʼäta |
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ແຕ່ປະຊາຊົນອິດສະຣາເອນຊໍ້າພັດທ້າທາຍເຮົາແມ່ນແຕ່ໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ຊຶ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວ ທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາ ໃນຖິ່ນແຫ້ງແລ້ງກັນດານນັ້ນແລະທຳລາຍພວກເຂົາຖິ້ມ.
ແຕ່ຄົນລຸ້ນນີ້ໄດ້ທ້າທາຍເຮົາຄືກັນ. ພວກເຂົາໄດ້ຝ່າຝືນບັນດາກົດບັນຍັດຂອງເຮົາ ແລະບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາ ຊຶ່ງໃຫ້ຊີວິດແກ່ທຸກໆຄົນທີ່ປະຕິບັດຕາມ. ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕເປັນມົນທິນ. ສະນັ້ນ ເຮົາຈຶ່ງພ້ອມແລ້ວທີ່ຈະໃຫ້ພວກເຂົາໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາໃນຖິ່ນແຫ້ງແລ້ງກັນດານນັ້ນ ແລະສັງຫານພວກເຂົາທັງໝົດຖິ້ມ.