Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:22 - ພຣະຄຳພີສັກສິ

22 ຫລື​ແບກຫາມ​ສິ່ງໃດໆ​ອອກ​ຈາກ​ເຮືອນ​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ວຽກ​ໃນວັນນີ້ ພວກເຈົ້າ​ຕ້ອງ​ຢຶດຖື​ເປັນ​ວັນ​ສັກສິດ ດັ່ງ​ທີ່​ເຮົາ​ໄດ້​ສັ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:22
19 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ທີ່​ແຂວງ​ຢູດາຍ ບີບ​ໝາກອະງຸ່ນ​ໃນ​ວັນ​ຊະບາໂຕ. ພວກ​ອື່ນ​ອີກ​ພວມ​ຂົນ​ເອົາ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ​ສິ່ງຂອງ​ອື່ນໆ​ໃສ່​ເທິງ​ຫລັງ​ລໍ​ຂອງ​ພວກເຂົາ ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ; ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຂົາ​ບໍ່​ໃຫ້​ຂາຍ​ສິ່ງໃດໆ​ໃນ​ວັນ​ຊະບາໂຕ.


ຈົ່ງ​ເຮັດ​ວຽກ​ຫົກ​ວັນ​ຕໍ່​ອາທິດ ແລະ​ຢ່າ​ເຮັດ​ວຽກ​ໃນ​ວັນ​ທີ​ເຈັດ ເພື່ອ​ວ່າ​ຄົນ​ຮັບໃຊ້ ແລະ​ຄົນ​ຕ່າງດ້າວ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ ຕະຫລອດ​ທັງ​ສັດ​ຂອງ​ເຈົ້າ​ຈະ​ໄດ້​ພັກຜ່ອນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ຢຶດຖື​ວັນ​ຊະບາໂຕ ແລະ​ບໍ່​ເຫັນແກ່ຕົວ​ໃນ​ວັນ​ສັກສິດ​ຂອງ​ເຮົາ; ຖ້າ​ເຈົ້າ​ນັບຖື​ແລະ​ໃຫ້ກຽດ​ວັນ​ນັ້ນ​ໂດຍ​ບໍ່​ທ່ອງທ່ຽວ​ໄປມາ, ບໍ່​ເຮັດ​ການ ຫລື​ເວົ້າ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ໃນ​ວັນ​ສັກສິດ​ຂອງ​ພຣະເຈົ້າຢາເວ


ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຕ້ອງ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ເຂົ້າ​ໄປ​ໃນ​ປະຕູ​ຕ່າງໆ​ຂອງ​ນະຄອນ​ນີ້​ໃນ​ວັນ​ຊະບາໂຕ. ພວກເຈົ້າ​ຕ້ອງ​ຢຶດຖື​ວັນ​ຊະບາໂຕ ເປັນ​ວັນ​ສັກສິດ ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ໃດໆ​ໃນວັນນີ້.


ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ຮັກສາ​ວັນ​ຊະບາໂຕ ເປັນ​ໝາຍສຳຄັນ​ແຫ່ງ​ການ​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ກໍ​ເພື່ອ​ຕັກເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ເຈົ້າ​ບໍ່ໄດ້​ເຄົາຣົບ​ສະຖານທີ່​ສັກສິດ​ຂອງເຮົາ ແລະ​ເຈົ້າ​ບໍ່ໄດ້​ຢຶດຖື​ວັນ​ຊະບາໂຕ​ທັງຫລາຍ​ຂອງເຮົາ.


ເຈົ້າ​ແຕ່ລະຄົນ​ຕ້ອງ​ນັບຖື​ພໍ່​ແມ່​ຂອງ​ຕົນ ແລະ​ຢຶດຖື​ວັນ​ຊະບາໂຕ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ມື້ ສ່ວນ​ມື້​ທີ​ເຈັດ​ນັ້ນ​ໃຫ້​ຢຶດຖື​ໄວ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ. ຢ່າ​ເຮັດ​ວຽກ​ໃນວັນນີ້ ແຕ່​ຈົ່ງ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ​ກໍຕາມ ໃຫ້​ຖື​ວັນ​ຊະບາໂຕ​ເປັນ​ຂອງ​ພຣະເຈົ້າຢາເວ.


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພວກ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ ແລະ​ຈັດຕຽມ​ເຄື່ອງຫອມ ແລະ​ນໍ້າມັນ​ຫອມ. ໃນ​ວັນ​ຊະບາໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກຜ່ອນ​ຕາມ​ກົດບັນຍັດ.


ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບຸດ​ມະນຸດ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ວັນ​ຊະບາໂຕ.”


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka