ເຢເຣມີຢາ 17:2 - ພຣະຄຳພີສັກສິ2 ປະຊາຊົນຂອງເຈົ້າຂາບໄຫວ້ທີ່ແທ່ນບູຊາແລະທີ່ເສົາໄມ້ສັກສິດ ອັນເປັນສັນຍາລັກຂອງເຈົ້າແມ່ອາເຊຣາ, ຕາມກ້ອງກົກໄມ້ໃບຂຽວ, ຕາມເນີນທີ່ສູງຕ່າງໆ, Uka jalj uñjjattʼäta |
ຄຳພາວັນນາອະທິຖານຂອງກະສັດພ້ອມທັງຄຳຕອບຂອງພຣະເຈົ້າ ແລະເລື່ອງການເຮັດບາບຕ່າງໆກ່ອນເພິ່ນກັບໃຈໃໝ່ ເຊັ່ນ: ການກະທຳຊົ່ວຂອງເພິ່ນ, ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງເພິ່ນໄດ້ເຮັດຂຶ້ນ ແລະຮູບເຄົາຣົບທີ່ເພິ່ນຂາບໄຫວ້ ແມ່ນໄດ້ບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງພວກຜູ້ທຳນວາຍ.
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.