ເຢເຣມີຢາ 17:19 - ພຣະຄຳພີສັກສິ19 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ຈົ່ງໄປປະກາດຖ້ອຍຄຳຂອງເຮົາທີ່ປະຕູເມືອງ ຊຶ່ງເປັນບ່ອນທີ່ບັນດາກະສັດແຫ່ງຢູດາຍເຂົ້າແລະອອກເມືອງ; ແລ້ວຈົ່ງໄປທົ່ວທັງປະຕູອື່ນໆຂອງນະຄອນເຢຣູຊາເລັມອີກ. Uka jalj uñjjattʼäta |
ແລ້ວບາຣຸກກໍໄດ້ອ່ານທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ກ່າວນັ້ນ ໃນຂະນະທີ່ທຸກຄົນກຳລັງຟັງຢູ່. ລາວໄດ້ອ່ານໜັງສືມ້ວນນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ ຈາກຫ້ອງຂອງເກມາຣິຢາລູກຊາຍຂອງຊາຟານ ເລຂາທິການປະຈຳຣາຊວັງ. ສ່ວນຫ້ອງຂອງເກມາຣິຢານັ້ນຢູ່ທີ່ເດີ່ນທາງເທິງ ໃກ້ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ.
ແຕ່ເມື່ອປະຊາຊົນຖືສິນອົດອາຫານ ຂ້ອຍຢາກໃຫ້ເຈົ້າໄປທີ່ວິຫານຂອງພຣະເຈົ້າຢາເວ. ເຈົ້າຕ້ອງອ່ານໜັງສືມ້ວນນີ້ດ້ວຍສຽງອັນດັງ ເພື່ອພວກເຂົາຈະໄດ້ຍິນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້ອຍ ແລະຂ້ອຍກໍໄດ້ບອກໃຫ້ເຈົ້າຂຽນຕາມນັ້ນ. ຈົ່ງອ່ານໜັງສືນີ້ໃນບ່ອນທີ່ທຸກໆຄົນໄດ້ຍິນເຈົ້າ ລວມທັງປະຊາຊົນຢູດາທີ່ມາຈາກເມືອງຕ່າງໆ.