ເຢເຣມີຢາ 17:18 - ພຣະຄຳພີສັກສິ18 ຈົ່ງນຳຄວາມອັບອາຍຂາຍໜ້າມາສູ່ຄົນທີ່ຂົ່ມເຫັງຂ້ານ້ອຍແດ່ທ້ອນ; ແຕ່ຂໍຊົງໂຜດໄວ້ຊີວິດຂອງຂ້ານ້ອຍດ້ວຍເທີ້ນ. ຈົ່ງກະທຳໃຫ້ພວກເຂົາຕົກໃຈຢ້ານຢ່າງໃຫຍ່ ແຕ່ຢ່າເຮັດໃຫ້ຂ້ານ້ອຍຢ້ານກົວເລີຍ. ຈົ່ງນຳໄພພິບັດມາສູ່ພວກເຂົາ ແລະທຳລາຍພວກເຂົາໃຫ້ໝຸ່ນທະລາຍດ້ວຍເຖີດ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າກໍພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງເປັນຜູ້ພິພາກສາທີ່ທ່ຽງທຳ; ພຣະອົງທົດສອບເບິ່ງຄວາມນຶກຄິດກັບຄວາມຮູ້ສຶກຂອງຄົນທັງຫລາຍ. ຂ້ານ້ອຍຂໍມອບເລື່ອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ. ດັ່ງນັ້ນ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນພຣະອົງແກ້ແຄ້ນຄົນເຫຼົ່ານີ້ດ້ວຍເຖີດ.”