Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:17 - ພຣະຄຳພີສັກສິ

17 ຢ່າ​ສູ່​ເຮັດ​ໃຫ້​ຂ້ານ້ອຍ​ຕົກໃຈ​ຢ້ານກົວ​ເລີຍ; ພຣະອົງ​ເປັນ​ທີ່​ເພິ່ງ​ອັນ​ປອດໄພ​ຂອງ​ຂ້ານ້ອຍ ເມື່ອ​ຄວາມ​ເດືອດຮ້ອນ​ມາເຖິງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:17
11 Jak'a apnaqawi uñst'ayäwi  

ເພາະວ່າ​ຂ້ອຍ​ຢ້ານ​ພຣະເຈົ້າ​ລົງໂທດ​ທັນ ຈຶ່ງ​ບໍ່​ກ້າ​ທີ່​ຈະ​ກະທຳ​ສິ່ງໃດໆ​ເຊັ່ນນັ້ນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຫ່ວງໃຍ​ນຳ​ຄົນ​ຈົນ ພຣະເຈົ້າຢາເວ​ຊ່ວຍເຫຼືອ​ພວກເຂົາ​ໃນ​ວັນ​ແຫ່ງ​ຄວາມ​ເດືອດຮ້ອນ.


ຂ້ານ້ອຍ​ຈະ​ຂັບ​ຮ້ອງ​ເຖິງ​ຣິດທານຸພາບ ແຕ່​ວ່າ​ທຸກໆເຊົ້າ​ຂ້ານ້ອຍ​ຈະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ທີ່​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ເປັນ​ທີ່ເພິ່ງ​ແລະ​ທີ່ຊົ້ນ​ໃນ​ເວລາ​ເດືອດຮ້ອນ​ຂອງ​ຂ້ານ້ອຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ແຕ່​ຜູ້ໃດ​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ໄດ້​ຮັບ​ພຣະພອນ.


ພຣະເຈົ້າຢາເວ​ເປັ່ງ​ສຽງ​ຮ້ອງ​ຈາກ​ພູເຂົາ​ຊີໂອນ ສຽງ​ພຣະອົງ​ດັງ​ສະໜັ່ນ​ຈາກ​ນະຄອນ​ເຢຣູຊາເລັມ​ພຸ້ນ; ຈັກກະວານ ແລະ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ​ຫວັ່ນໄຫວ ແຕ່​ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ໄວ້.


ພຣະເຈົ້າຢາເວ​ດີເລີດ ແລະ​ແສນ​ປະເສີດ​ຫລາຍ ພຣະອົງ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະເຈົ້າ ຄື​ຄຸ້ມຄອງ​ພວກ​ເຂົາເຈົ້າ​ໃນ​ຄາວ​ລຳບາກ​ມາເຖິງ ທັງ​ຫ່ວງໃຍ​ພວກ​ທີ່​ຕ່າວຄືນ​ມາຫາ​ພຣະອົງ.


ເຫດສະນັ້ນ ຈົ່ງ​ຮັບ​ເອົາ​ຍຸດທະພັນ​ຄົບຊຸດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ໝັ້ນຄົງ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka